ການເລືອກຕັ້ງຢູ່ອາເມລິກາປີ2016:ສະມາຊິກສະພາສູງTed Cruzຍາດໄດ້ຮັບໄຊຊະນະທີ່Kansas

ການເລືອກຕັ້ງຢູ່ອາເມລິກາປີ2016:ສະມາຊິກສະພາສູງTed Cruzຍາດໄດ້ຮັບໄຊຊະນະທີ່Kansas - ảnh 1
ພາບປະກອບ

(vovworld) – ຕາມ​ຜົນ​ແຫ່ງ​ການ​ປ່ອນ​ບັດ​ໃນ​ວັນ​ທີ 5/3, ​ເຊິ່ງ​ແມ່ນ​ການ​ປ່ອນ​ບັດ​ທຳ​ອິດ​ໃນ​ການ​ຊ່ວງ​ເສັງ​ຍາດ​ທີ່​ຕັ້ງ​ເປັນ​ຜູ້​ສະໝັກ​ຮັບເລືອກ​ຕັ້ງ​​ເປັນປະທານາທິບໍດີ ອາ​ເມ​ລິ​ກາ ຂອງ​ພັກ ສາທາລະນະ, ສະມາຊິກ​ສະພາ​ສູງTed Cruz ຍາດ​ໄດ້​ໄຊຊະນະ​ທີ່ລັດ Kansas, ດ້ວຍ​ຈຳ​ນວນ​ບັດ​ສະໜັບສະໜູນ​ກວມ 43% ຈຳນວນ​ບັດ​ໄດ້​ນັບ, ສະມາຊິກ​ສະພາ​ສູງລັດ Texas ຍາດ​ໄດ້ 49% ຈຳນວນ​ບັດ​ສະໜັບສະໜູນ, ສ່ວນ​ເສດຖີ​ເງິນ​ຕື້​ Donald Trump ບັນລຸ​ບັດ​ສະໜັບສະໜູນ​ໄດ້​ພຽງ 24,7% . ສະມາຊິກ​ສະພາ​ສູງ Ted Cruz, ກໍ່​ຍາດ​ໄດ້​ທ່າ​ແຮງ​ໃນ​ການ​ປ່ອນ​ບັດ​ທົດ​ລອງ​ໃນ​ວັນ​ດຽວ​ກັນ​ຂອງ​ຝ່າຍ​ຮັກສາ​ເດີມ. ໝາກຜົນ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ສະມາຊິກ​ສະພາ​ສູງ Ted Cruz ສາມາດ​ທ່ວງທັນ​ກັບ​ທ່ານ Donald Trump, ​ເຊິ່ງ​ແມ່ນ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​​ແຖວ​ໜ້າ​ຂອງ​ພັກສາ​ທາ​ລະນະ​ໃນ​ການ​ຊ່ວງ​ເສັງ​ເຂົ້າ​ທຳ​ທຽບ​ຂາວ​ໃນ​ຫຼາຍ​ສັບປະດາ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ