ການເລືອກຕັ້ງຢູ່ເຢຍລະມັນ: ນາຍົກລັດຖະມົນຕີ Angela Merkel ຫຍັບເຂົ້າໃກ້ກັບອາຍຸການທີ 4 ຢ່າງລຽນຕິດ

(VOVWORLD) - ເງິນພັກກິນເບ້ຍບຳນານ, ການເບິ່ງແຍງດູແລເດັກ, ຄົນພິການ, ປົກປັກຮັກສາສິ່ງແວດລ້ອມ… ເກືອບຄືວ່າ, ທ່ານນາງ Merkel ບໍ່ໄດ້ຍົກອອກແນວຄວາມຄິດໃໝ່, ມີລັກສະນະບຸກທະລຸຢ່າງແທ້ຈິງ.

ການເລືອກຕັ້ງຢູ່ເຢຍລະມັນ: ນາຍົກລັດຖະມົນຕີ Angela Merkel ຫຍັບເຂົ້າໃກ້ກັບອາຍຸການທີ 4 ຢ່າງລຽນຕິດ - ảnh 1  ທ່ານນາງ Angela Merkel

(ພາບ: AFP/TTXVN)

ຕອນຄ່ຳວັນທີ 11 ກັນຍາຕາມເວລາທ້ອງຖິ່ນ, ທ່ານນາງ Angela Merkel, ຜູ້ອອກສະໝັກເລືອກຕັ້ງນາຍົກລັດຖະມົນຕີ ເຢຍລະມັນ ໃນອາຍຸການຈະມາເຖິງ, ມີການຕອບຄຳຊັກຖາມທາງໂທລະພາບຢູ່ຕໍ່ໜ້າ 150 ຄົນເປັນຕົວແທນໃຫ້ຜູ້ມີສິດເລືອກຕັ້ງເຢຍລະມັນປະມານ 60 ລ້ານຄົນ ເຂົ້າຮ່ວມການປ່ອນບັດໃນວັນທີ 24 ກັນຍາຈະມາເຖິງ. ນະທີ່ນີ້, ທ່ານນາງ Merkel, ຜູ້ອອກສະໝັກເລືອກຕັ້ງຂອງພັກສະຫະພັນປະຊາທິປະໄຕ/ສັງຄົມ ສາສະໜາຄຼິດ (CDU/CSU) ໄດ້ຕອບບັນດາບັນຫາທີ່ໄດ້ເຕື້ອງເຖິງຄື: ເງິນພັກກິນເບ້ຍບຳນານ, ການເບິ່ງແຍງດູແລເດັກ, ຄົນພິການ, ປົກປັກຮັກສາສິ່ງແວດລ້ອມ… ເກືອບຄືວ່າ, ທ່ານນາງ Merkel ບໍ່ໄດ້ຍົກອອກແນວຄວາມຄິດໃໝ່, ມີລັກສະນະບຸກທະລຸຢ່າງແທ້ຈິງ. ບຸລິມະສິດຂອງທ່ານນາງນາຍົກລັດຖະມົນຕີຄົນປະຈຸບັນ Merkel ແມ່ນສືບຕໍ່ປະຕິບັດບັນດາສິ່ງທີ່ທ່ານນາງໄດ້ເດີນຕາມໃນຕະຫຼອດ 12 ປີຜ່ານມາໃຫ້ເປັນຢ່າງດີ, ດ້ວຍ 3 ອາຍຸການເປັນຜູ້ນຳລັດຖະບານ.

ຕອບກັບ

ຂ່າວ/ບົດ​ອື່ນ