ການເລືອກຕັ້ງລັດຖະ ສະພາເອີລົບ:ພັກຂວາຈັດ ແນວໂຮມແຫ່ງຊາດໄດ້ ຮັບໄຊຊະນະຢູ່ຝະລັ່ງ


ການເລືອກຕັ້ງລັດຖະ ສະພາເອີລົບ:ພັກຂວາຈັດ ແນວໂຮມແຫ່ງຊາດໄດ້ ຮັບໄຊຊະນະຢູ່ຝະລັ່ງ - ảnh 1

(ພາບ: http://dantri.com.vn)

 (vovworld)- ​ ພັກ​ຂວາ​ຈັດ​ແນວ​ໂຮມ​ແຫ່ງ​ຊາດ (FN) ​ໄດ້​ນຳ​ໜ້າ​ໝາກຜົນ​ການ​ເລືອກ​ຕັ້ງລັດຖະສະ​ພາ​ເອີ​ລົບ (EP) ດ້ວຍ​ອັດຕາ​ສະໜັບສະໜູນ​ຂຶ້ນ​ເຖິງ 25%. ດ້ວຍ​ໝາກຜົນ​ນີ້, ພັກ​ຂວາ​ຈັດ​ແນວ​ໂຮມ​ແຫ່ງ​ຊາດ (FN) ​ໄດ້​ລື່ນ​ກາຍ​ພັກ​ພັນທະ​ມິດ​ເພື່ອ​ຂະ​ບວນການ​ປະຊາຊົນ (UMP) ດ້ວຍ 20,3% ຈຳນວນບັດ​ສະໜັບສະໜູນ, ​ໃນ​ຂະນະ​ທີ່​ພັກ​ສັງຄົມ (PS) ຍາດ​ໄດ້​ພຽງ​ບໍ່​ຮອດ 15% ບັດ​ສະໜັບສະໜູນ​ເທົ່າ​ນັ້ນ. ຕາມ​ການ​ສະຖິຕິ​ແລ້ວ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຝະລັ່ງ ເກືອ​ບ 46 ລ້ານ​ຄົນ​ໄດ້​ເຂົ້າຮ່ວມການເລືອກ​ຕັ້ງລັດຖະມະ​ພາ​ເອີ​ລົບ ​ເພື່ອ​ເລືອກ​ຕັ້ງສະມາຊິກລັດຖະສະ​ພາ​ 74 ທ່ານ​ໃນ​ຈຳນວນ​ທັງ​ໝົດ 751 ທ່ານ. ​ແຕ່​ເຖິງຢ່າງ​ໃດ​ກໍ່ຕາມ, ອັດຕາ​ສ່ວນ​ບໍ່​ມີໜ້າ​ໄດ້​ຂຶ້ນ​ເຖິງ 58%.

   ດ້ວຍ​ໝາກຜົນການ​ເລືອກ​ຕັ້ງລັດຖະສະ​ພາ​ເອີ​ລົບ (EP) ສູງ​ຄື​ແນວ​ນັ້ນ, ປະທານ​ພັກ ຂວາ​ຈັດ​​ແນວ​ໂຮມ​ແຫ່ງ​ຊາດ (FN), ທ່ານ​ນາງ Marine Le Pen ອາດ​ຈະ​ກຳນົດ​ຈຸດ​ເວລາ​ຫາ​ສຽງ​ເລືອກ​ຕັ້ງປະທານາທິບໍດີ ທີ່​ການ​ເລືອກ​ຕັ້ງ​ໃນ​ປີ 2017. ທີ່​ການ​ເລືອກ​ຕັ້ງຢູ່ທ້ອງ​ຖິ່ນ​​ໃນ​ທ້າຍ​ເດືອນ 3/2014 ຜ່ານ​ມາ, ພັກ​ຂວາ​ຈັດ​ແນວ​ໂຮມ​ແຫ່ງ​ຊາດ (FN) ກໍ່​ບັນລຸ​ໄດ້​ຄວາມ​ຄຶບໜ້າ​ດີ​ດ້ວຍ​ການ​ຄວບຄຸມນະຄອນ 10 ​ແຫ່ງ​ຕື່ມ​ອີກ. ບັດ​ດາ​ໝາກຜົນ​ທີ່​ບັນລຸ​ໄດ້​ນັ້ນ ສ່ວນ​ໜຶ່ງ​ແມ່ນ​ຍ້ອນອິດ​ທິພົນ​ຊື່​ສຽງ​ຂອງພັກ​ສັງຄົມ (PS) ກຳ​ອຳນາດ​ຖືກ​ຫລຸດຜ່ອນ​ລົງ​ຢ່າງ​ຮ້າຍ​ແຮງ ​ໃນ​ຂະນະ​ທີ່​ພັກ​ຝ່າຍ​ຄ້ານ UMP ຖືກ​ແບ່ງ​ແຍກ./.

ຂ່າວ/ບົດ​ອື່ນ