ການ​ເລືອກ​ຕັ້ງສະພາ​ສູງ ລາຊະ​ອານາຈັກ​ກຳປູເຈຍ

ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ​ກຳປູ​ເຈຍ​ລາຍ​ງານ​ວ່າ, ການ​ເລືອກ​ຕັ້ງສະພາ​ສູງ ລາຊະ​ອານາຈັກ​ກຳປູເຈຍ ຊຸດ​ທີ 3 ​ໄດ້​ເລີ່​ມ​ແຕ່​ຕອນ​ເຊົ້າວັນ​ທີ 29/1. ​ເຂົ້າຮ່ວມ​ການ​ເລືອກ​ຕັ້ງຄັ້ງນີ້​ ມີ​​ບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອ​ກຕັ້ງຂອງພຽງ 2 ພັກ​ການ​ເມືອງ​ໃຫ່ຍຄື: ພັກ​ປະຊາຊົນກຳປູ​ເຈຍ (ພັກ​ກຳ​ອຳນາດ) ​ແລະ​ພັກ​ຝ່າຍ​ຄ້ານ Samrainnsy ​ເທົ່າ​ນັ້ນ. ນັບ​ແຕ່​ຕອນ​ເຊົ້າ, ຫ້ອງ​ປ່ອນ​ບັດ 33 ຫ້ອງ​ຢູ່ 8 ຂົງ​ເຂດ​ໃນ​ທົ່ວ​ປະ​ເທດ​ກຳປູ​ເຈຍ​ ໄດ້​ເປີດ​ປະຕູ​ ເພື່ອ​​ໃຫ້ປ່ອນ​ບັດ​ເລືອກ​ຕັ້ງສະມາຊິກ​ສະພາ​ສູງ 57 ທ່ານ. ​ເບີ່​ງລວມ​ແລ້ວ, ການ​ປ່ອນ​ບັດ​ຢູ່​ສະຖານ​ທີ່​ຕ່າງໆ​ຢູ່​ນະຄອນຫຼວງພະນົມ​ເປັນ​ ໄດ້​ດຳ​ເນີນ​ໄປ​ເປັນ​ລະບຽບ​ຮຽບຮ້ອຍ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້​ສັງ​ເກດ​ການຫຼາຍທ່ານ ກໍ​ຄື​ນັກ​ຂ່າວ​ຢູ່​ພາຍ​ໃນ ​ແລະ​ຕ່າງປະ​ເທດ.
ຂ່າວ/ບົດ​ອື່ນ