ການເລືອກຕັ້ງສະພາແຫ່ງຊາດ ກາງສະໄຫມຢູ່ ອາເມລິກາ

(VOVWORLD) -ວັນທີ 29 ຕຸລາ, ປະທານາທິບໍດີ ອາເມລິກາ Joe Biden ໄປປ່ອນບັດການເລືອກຕັ້ງສະພາແຫ່ງຊາດກາງສະໄຫມ ຢູ່ ລັດ Delaware ຊື່ງແມ່ນບ້ານເກີດເມືອງນອນຂອງທ່ານ. 

ວັນທີ 29 ຕຸລາ, ປະທານາທິບໍດີ ອາເມລິກາ Joe Biden ໄປປ່ອນບັດການເລືອກຕັ້ງສະພາແຫ່ງຊາດກາງສະໄຫມ ຢູ່ ລັດ Delaware ຊື່ງແມ່ນບ້ານເກີດເມືອງນອນຂອງທ່ານ. ກ່າວຄຳເຫັນພາຍຫລັງປ່ອນບັດ, ທ່ານ Joe Biden ສະແດງຄວາມປະເອີບໃຈຕໍ່ການເລືອກຕັ້ງກາງສະໄຫມນີ້ ຊື່ງແມ່ນເຫດການເພື່ອຕັດສິນພັກໃດຈະຄວບຄຸນສະພາແຫ່ງຊາດໃນສອງປີຈະມາເຖິງ.

          ນອກຈາກການຊ່ວງເສັງເຂົ້າສະພາສູງ ສະພາຕ່ຳຂອງສະພາແຫ່ງຊາດ ຊຸດທີ 118 ແລ້ວ, ການເລືອກຕັ້ງຍັງຈະເລືອກຕັ້ງຕຳແຫນ່ງຜູ້ວ່າການລັດ ແລະ ການນຳອຳນາດການປົກຄອງທ້ອງຖິ່ນຢູ່ ອາເມລິກາ. ນີ້ໄດ້ຮັບຖືວ່າແມ່ນການລົງປະຊາມະຕິທົ່ວສະຫະລັດສຳລັບໝາກຜົນບໍລິຫານລັດຖະບານ ຂອງທ່ານປະທານາທິບໍດີ Joe Biden ເວົ້າສະເພາະ ແລະ ພັກປະຊາທິປະໄຕ ເວົ້າລວມໃນເກືອບ 2 ປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ