ການເລືອກຕັ້ງສະພາແຫ່ງຊາດ ອາເມລິກາ ກາງອາຍຸການ

(VOVWORLD) - ເຖິງວ່າປັດຈຸບັນພັກປະຊາທິປະໄຕຍັງຄົງຮັກສາທ່າໄດ້ປຽບຂອງຕົນໄດ້ ກ່ອນທີ່ດຳເນີນການເລືອກຕັ້ງສະພາແຫ່ງຊາດກາງອາຍຸການຈະດຳເນີນໃນວັນທີ 06 ພະຈິກ ຈະມາເຖິງ,
ການເລືອກຕັ້ງສະພາແຫ່ງຊາດ ອາເມລິກາ ກາງອາຍຸການ - ảnh 1 ການເລືອກຕັ້ງສະພາແຫ່ງຊາດ ອາເມລິກາ ກາງອາຍຸການ (ພາບປະກອບ / AFP/TTXVN )

ແຕ່ບໍ່ເວັ້ນເສຍກໍລະນີບັນດາການຕີລາຄາຢ່າງຕັ້ງໜ້ານັບມື້ນັບຫລາຍຂຶ້ນສຳລັບເສດຖະກິດ ກໍ່ຄືຄວາມສຸມໃສ່ຢ່າງແຮງຂອງທ່ານປະທານາທິບໍດີ Donald Trump ຕໍ່ບັນດາບັນຫາຄື: ຊາວອົບພະຍົບ ແລະ ຄວາມໝັ້ນຄົງຊາຍແດນ ຈະຊ່ວຍໃຫ້ພັກສາທາລະນະມີ “ບາດກ້າວຝືນຕົວຢ່າງແຂງແຮງ” ໃນການເລືອກຕັ້ງສຳຄັນນີ້.

        ໝາກຜົນແຫ່ງການຢັ່ງຫາງສຽງ ໂດຍໜັງສືພິມ Washingon Post ແລະ ABC News ປະກາດໃນວັນທີ 04 ພະຈິກ ໄດ້ສະແດງໃຫ້ເຫັນອັດຕາຜູ້ມີສິດເລືອກຕັ້ງສະໜັບສະໜູນພັກປະຊາທິປະໄຕເຂົ້າສະພາຕ່ຳແມ່ນ 50%. ໃນຂະນະນັ້ນ, ພັກສາທາລະນະແມ່ນ 43%. ອັດຕາສ່ວນດັ່ງກ່າວ ຫລຸດລົງນ້ອຍໜຶ່ງ ເມື່ອທຽບໃສ່ໝາກຜົນແຫ່ງການຢັ່ງຫາງສຽງໃນເດືອນ ຕຸລາ ແລະ ຫລຸດລົງແຮງເມື່ອທຽບໃສ່ເດືອນ ສິງຫາ ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ