ການເລືອກຕັ້ງສະພາແຫ່ງຊາດຊຸດທີ14ຈະດຳເນີນໃນວັນທີ22/05/2016

ການເລືອກຕັ້ງສະພາແຫ່ງຊາດຊຸດທີ14ຈະດຳເນີນໃນວັນທີ22/05/2016 - ảnh 1
(ພາບ​ປະ​ກອບ)

(vovworld) -ໂດຍ​ສືບ​ຕໍ່​ລາຍ​ການ​ເຮັດ​ວຽກ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 24/11, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື ແລະ ລົງ​​ມະ​ຕິ​ຮັບ​ຮອງ​ເອົາ​ໃບ​ສະ​ເໜີ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ກ່ຽວ​ກັບ​ເລື່ອງ​ຕົກ​ລົງວັນ​ເລືອກ​ຕັ້ງ, ສ້າງ​ຕັ້ງ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ, ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ​ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ອາ​ຍຸ​ການ 2016 – 2021; ​ສະ​ເໜີບຸກ​ຄະ​ລາ​ກອນ​ເພື່ອ​ໃຫ​້​ສະ​ພາ​ແຫ່ງ​ຊາດ​ເລືອກ​​ຕ​ັ້ງ​ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລົງ​​ມະ​ຕິ​ຮັບ​ຮອງ​ເອົາ​ວັນ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ່ 14 ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ອາ​ຍຸ​ການ 2016 – 2021 ຈະ​ດຳ​ເນີນໃນ​ວັນ​ທີ 22/05/2016. ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ຕາມ​ໃບ​ສະ​ເໜີ​ແມ່ນ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ຫງວຽນ​ສິງ​ຮຸ່ງ.

      ແລະ​ກ​ໍ​ໃນ​ຕອນ​ເຊົ້າ​ວັນ​ທີ 24/11, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໄດ້​ລົງ​ມະ​ຕິ​ຮັບ​ຮອງ​ເອົາ​ມະ​ຕິ​ປະ​ກາດ​ໃຊ້ກົດ​ລະ​ບຽບ​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ (ສະ​ບັບ​ປັບ​ປຸງ) ແລະ ປະ​ມວນ​ກົດ​ໝາຍ​ແພ່ງ (ສະ​ບັບ​ປັບ​ປຸງ).

ຂ່າວ/ບົດ​ອື່ນ