ການເລືອກຕັ້ງສະພາແຫ່ງຊາດອີຣານ: ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງຕ່ຳກວ່າໝູ່

(VOVWORLD) -ຕອນຄ່ຳວັນທີ 12 ພຶດສະພາ, ຢູ່ບັນດາສະຖານທີ່ປ່ອນບັດເລືອກຕັ້ງສະພາແຫ່ງຊາດຄັ້ງທຳອິດຢູ່ອີຣັກ ໄດ້ອັດລົງ ພາຍຫຼັງປະເທດນີ້ຕີໃຫ້ພວກ IS ປະລາໄຊ.

ການເລືອກຕັ້ງສະພາແຫ່ງຊາດອີຣານ: ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງຕ່ຳກວ່າໝູ່ - ảnh 1 ການເລືອກຕັ້ງສະພາແຫ່ງຊາດອີຣານ

(ພາບ: Reuters)

ເຖິງຢ່າງໃດກໍ່ຕາມ, ຄະນະກຳມະການເລືອກຕັ້ງອີຣັກ ໃຫ້ຮູ້ວ່າ, ມີຈຳນວນພົນລະເມືອງບໍ່ຮອດເຄິ່ງໜຶ່ງ ໃນຈຳນວນຜູ້ມີສິດເລືອກຕັ້ງ 24 ລ້ານຄົນເຂົ້າຮ່ວມ ແລະ ນີ້ແມ່ນຕົວເລກຕ່ຳກວ່າໝູ່.

      ແຈ້ງການຂອງຄະນະກຳມະການເລືອກຕັ້ງອີຣັກ ໃຫ້ຮູ້ວ່າ ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດໃນການເລືອກຕັ້ງຄັ້ງນີ້ແມ່ນ 44,52%. ນີ້ແມ່ນລະດັບຕ່ຳສຸດນັບແຕ່ປີ 2005, ໂດຍບໍ່ຫົວຊາຕໍ່ການເລືອກຕັ້ງນີ້ມີຄວາມໝາຍຢ່າງໃຫຍ່ຫຼວງ ໃນຂະນະທີ່ໄດ້ສ້າງຮູບແບບໃນຄວາມມານະພະຍາຍາມເພື່ອເຊື່ອມຈອດແຕ່ການແຕກແຫງເລິກເຊິ່ງຢູ່ອີຣັກ ແລະ ອາດຈະປ່ຽນແປງຄວາມດຸ່ນດຽງດ້ານສິດອຳນາດໃນພາກພື້ນ.

      ຜູ້ອອກສະໝັກຮັບເລືອກຕັ້ງກວ່າ 7.000 ຄົນ ໄດ້ເຂົ້າຮ່ວມການເລືອກຕັ້ງເພື່ອຍາດເອົາ 329 ທີ່ນັ່ງຢູ່ໃນສະພາແຫ່ງຊາດຊຸດໃໝ່, ຈາກນັ້ນຈະເລືອກຕັ້ງປະທານາທິບໍດີ, ນາຍົກລັດຖະມົນຕີ ແລະ ລັດຖະບານໃໝ່ຢູ່ອີຣັກ.

      ຄາດວ່າ, ໝາກຜົນການເລືອກຕັ້ງຈະໄດ້ປະກາດພາຍຫຼັງບັນດາເຂດປ່ອນປັດປິດປະຕູບໍ່ດົນປານໃດ.

ຕອບກັບ

ຂ່າວ/ບົດ​ອື່ນ