ການເລືອກຕັ້ງອາເມລິກາ 2020: ກາລະໂອກາດຍັງແບ່ງສະເໝີໃຫ້ຜູ້ສະໝັກຮັບເລືອກຕັ້ງ

(VOVWORLD) - ຕາມໝາກຜົນແຫ່ງການຢັ່ງຫາງສຽງໄດ້ປະກາດໃນວັນທີ 04 ທັນວາ, ອັດຕາສະໜັບສະໜູນຂອງປະຊາຊົນ ອາເມລິກາ ສຳລັບຜູ້ສະໝັກຮັບເລືອກຕັ້ງຂອງພັກປະຊາທິປະໄຕກໍ່ຄືສຳລັບທ່ານປະທານາທິບໍດີ ອາເມລິກາ Donald Trump ເກືອບເທົ່າທຽມກັນ.

        ໝາກຜົນແຫ່ງການຢັ່ງຫາງສຽງໃໝ່ ໂດຍສູນຄົ້ນຄວ້າການເມືອງ ອາເມລິກາ ຢູ່ Harvard (CAPS) ແລະ ບໍລິສັດຢັ່ງຫາງສຽງ Harris Poll ປະຕິບັດໃຫ້ເຫັນວ່າ: ປະຊາຊົນ ອາເມລິກາ 42% ອາດຈະປ່ອນບັດ ຫຼື ແນ່ນອນວ່າຈະປ່ອນບັດສະໜັບສະໜູນໃຫ້ຜູ້ສະໝັກຮັບການເລືອກຕັ້ງປະທານາທິບໍດີຂອງພັກປະຊາທິປະໄຕໃນການເລືອກຕັ້ງ 2020, ໃນຂະນະນັ້ນ, ອັດຕາຜູ້ສະໜັບສະໜູນທ່ານປະທານາທິບໍດີ Donald Trump ແມ່ນ 39%. 8% ໃຫ້ຮູ້ວ່າ: ມີເຈດຈຳນົງຈະປ່ອນບັດສະໜັບສະໜູນໃຫ້ຜູ້ສະໝັກອື່ນ ຫຼື ຜູ້ສະໝັກຮັບເລືອກຕັ້ງຂອງພັກທີ 3 ໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ 2020, 10 %ທີ່ຍັງເຫຼືອນັ້ນ ຍັງບໍ່ທັນຕັດສິນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ