ການ​ເລືອກ​ຕັ້ງ​ອາ​ເມ​ລິ​ກາ 2020: ທ່ານ J.Biden ສືບ​ຕໍ່​ຍາດ​ໄດ້​ທ່າ​ດີເມື່​ອ​ທຽບ​ໃສ່​ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

(VOVWORLD) -ໝາກຜົນຂອງການຢັ່ງຫາງສຽງໂດຍສຳນັກຂ່າວສານ CNN ປະກາດໃນວັນທີ 26 ກໍລະກົດ ສະແດງໃຫ້ເຫັນວ່າ ທ່ານ Joe Biden ອະດີດຮອງປະທານາທິບໍດີ ອາເມລິກາໄດ້ລື່ນກາຍທ່ານ Donald Trump ປະທານາທິບໍດີ ອາເມລິກາ ຢູ່ບັນດາລັດຄື: Michigan, Arizona ແລະ Florida. 
ການ​ເລືອກ​ຕັ້ງ​ອາ​ເມ​ລິ​ກາ 2020: ທ່ານ J.Biden ສືບ​ຕໍ່​ຍາດ​ໄດ້​ທ່າ​ດີເມື່​ອ​ທຽບ​ໃສ່​ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ - ảnh 1 ທ່ານ Joe Biden ອະດີດຮອງປະທານາທິບໍດີ ອາເມລິກາ ແລະ ທ່ານ Donald Trump ປະທານາທິບໍດີ ອາເມລິກາ (ພາບ: TTXVN)

ສິ່ງທີ່ເປັນໜ້າສົນໃຈແມ່ນ ທ່ານ Joe Biden ໄດ້ລື່ນກາຍທ່ານ Donald Trump ຢູ່ລະດັບ 2 ຕົວເລກ ຢູ່ລັດ Michigan, ດ້ວຍ 52% ຄວາມເຫັນສະໜັບສະໜູນ ເມື່ອທຽບໃສ່ 40%ຂອງທ່ານ Donald Trump. ໃນຂະນະນັ້ນ, ຢູ່ລັດ Arizona, ອັດຕາການສະໜັບສະໜູນຕໍ່ທ່ານ Joe Bidenແມ່ນ 49% ແລະ ຂອງ ທ່ານ Donald Trump ແມ່ນ 45%.

        ໝາກຜົນຂອງການຢັ່ງຫາງສຽງຂອງ CNN ກໍ່ສະແດງໃຫ້ເຫັນວ່າ ຜູ້ມີສິດເລືອກຕັ້ງຈຳນວນຫຼາຍຢູ່ 3 ລັດດັ່ງກ່າວ ບໍ່ສະໜັບສະໜູນວິທີການແກ້ໄຂບັນຫາຈຳແນກເຊື້ອຊາດຜິວພັນຂອງທ່ານ ປະທານາທິບໍດີ Doanld Trump. ກ່ຽວຂ້ອງເຖິງວິທີການແກ້ໄຂໂລກລະບາດ Covid – 19 , ອັດຕາບໍ່ສະໜັບສະໜູນຢູ່ ລັດ Arizona ແມ່ນ 60%, ລັດ Michigan ແມ່ນ 59% ແລະ ຢູ່ລັດ Florida ແມ່ນ 57%. ເຖິງຢ່າງໃດກໍ່ຕາມ, ຈຸດດີທີ່ຫາຍາກສຳລັບທ່ານ Donald Trump ນັ້ນແມ່ນ ໃນໝາກຜົນຢັ່ງຫາງສຽງນີ້ ຜູ້ມີສິດເລືອກຕັ້ງຈຳນວນຫຼາຍຍັງສະໜັບສະໜູນວິທີການບໍລິຫານພື້ນຖານເສດຖະກິດຂອງທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ