ການເລືອກຕັ້ງອາເມລິກາ 2020: ທ່ານ Joe Biden ປະກາດການເລືອກເອົາບຸກຄະລາກອນຂັ້ນສູງຂອງທຳນຽບຂາວຕື່ມອີກ

(VOVWORLD) -ຖັນແຖວພາລະກອນນີ້ກໍ່ມາຈາກຫຼາຍພາກສ່ວນ, ຫຼາຍຂະແໜງການ, ໃນນັ້ນມີແມ່ຍິງຫຼາຍຄົນ ແລະ ມີຊາວຜິວດຳອີກ, ໃນນັ້ນມີແມ່ຍິງຫຼາຍຄົນ ແລະ ມີຊາວຜິວດຳນຳອີກ.

ການເລືອກຕັ້ງອາເມລິກາ 2020: ທ່ານ Joe Biden ປະກາດການເລືອກເອົາບຸກຄະລາກອນຂັ້ນສູງຂອງທຳນຽບຂາວຕື່ມອີກ - ảnh 1 ຖັນແຖວພາລະກອນນີ້ກໍ່ມາຈາກຫຼາຍພາກສ່ວນ, ຫຼາຍຂະແໜງການ

(ພາບ: NBC/TTXVN)

ວັນທີ 21 ພະຈິກ, ກຸ່ມມອບ-ຮັບຕຳແໜ່ງຂອງທ່ານ Joe Biden, ຜູ້ທີ່ສື່ມວນຊົນຖະແຫຼງວ່າໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີອາເມລິກາ ຜ່ານມາ, ໄດ້ປະກາດບັນດາສະມາຊິກໃໝ່ໃນຖັນແຖວພາລະກອນຂັ້ນສູງຂອງທຳນຽບຂາວ. ບັນດາຜູ້ທີ່ທ່ານ Joe Biden ໄດ້ເລືອກເອົານັ້ນ ສ່ວນຫຼາຍແມ່ນຜູ້ເຄີຍຮັບໃຊ້ໃນອຳນາດການປົກຄອງຂອງທ່ານອະດີດປະທານາທິບໍດີ Barack Obama. ຖັນແຖວພາລະກອນນີ້ກໍ່ມາຈາກຫຼາຍພາກສ່ວນ, ຫຼາຍຂະແໜງການ, ໃນນັ້ນມີແມ່ຍິງຫຼາຍຄົນ ແລະ ມີຊາວຜິວດຳອີກ, ໃນນັ້ນມີແມ່ຍິງຫຼາຍຄົນ ແລະ ມີຊາວຜິວດຳນຳອີກ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 20 ພະຈິກ, ລັດ Georgia ຂອງອາເມລິກາ ກໍ່ໄດ້ຢັ້ງຢືນຜູ້ສະໝັກເລືອກຕັ້ງປະທານາທິບໍດີພັກປະຊາທິປະໄຕ Joe Biden ເປັນຜູ້ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຢູ່ລັດນີ້, ຜ່ານນັ້ນທ່ານ Joe Biden ໄດ້ຮັບບັດສະໜັບສະໜູນຂອງຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ 16 ບັດຢູ່ລັດນີ້ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ