ການ​ເລືອກ​ຕັ້ງ​ອາ​ເມ​ລິ​ກາ 2020: ຜູ້ສະ​ໝັກ​ເລືອກຕັ້ງທ່ານ J.Biden ​ ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ເບື້ອງ​ຕົ້ນ​ຢູ່ Hawaii

(VOVWORLD) - ທ່ານ Joe Biden  ອະດີດຮອງປະທານາທິບໍດີ ອາເມລິກາ ຍາດໄດ້ໄຊຊະນະໃນບັ້ນເລືອກຕັ້ງເບື້ອງຕົ້ນຂອງພັກປະຊາທິປະໄຕຢູ່ລັດ Hawaii  - ໂດຍເປັນໄຊຊະນະຄັ້ງຫຼ້າສຸດຂອງທ່ານໃນການແຂ່ງຂັນເພື່ອແນໃສ່ໄດ້ຮັບການສະເໜີຂອງພັກນີ້ ເພື່ອອອກສະໝັກເລືອກຕັ້ງປະທານາທິບໍດີ ອາເມລິກາໃນເດືອນພະຈິກຈະມາເຖິງ.
ການ​ເລືອກ​ຕັ້ງ​ອາ​ເມ​ລິ​ກາ 2020: ຜູ້ສະ​ໝັກ​ເລືອກຕັ້ງທ່ານ J.Biden ​ ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ເບື້ອງ​ຕົ້ນ​ຢູ່ Hawaii - ảnh 1ທ່ານ Joe Biden  ອະດີດຮອງປະທານາທິບໍດີ ອາເມລິກາ ແລະ  ທ່ານ Bernie Sanders ສະມາຊິກສະພາສູງ ໂດຍເປັນຜູ້ຕາງໜ້າໃຫ້ແກ່ລັດ Vermont (ພາບ: AFP/TTXVN)

ດ້ວຍການຍາດໄດ້ 63%ບັດເລືອກຕັ້ງ, ທ່ານ Biden ໄດ້ເຮັດໃຫ້ທ່ານ Bernie Sanders ສະມາຊິກສະພາສູງ ໂດຍເປັນຜູ້ຕາງໜ້າໃຫ້ແກ່ລັດ Vermont ທີ່ຍາດໄດ້37%ບັດເລືອກຕັ້ງ ຖືກປະລາໄຊ. ດວ້ຍການຍາດໄດ້ ບັດ ຜູ້ແທນ 16 ບັດໃນການເລືອກຕັ້ງເບື້ອງຕົ້ນຢູ່ Hawaii, ໄດ້ຊ່ວຍໃຫ້ທ່ານ Joe Biden ຍາດໄດ້ບັດຜູ້ແທນທັງໝົດ 1566ບັດ ໃຫ້ແກ່ການແຂ່ງຂັນຂອງຕົນ. ທ່ານ Biden ຄາດວ່າຈະມີບັດຜູ້ແທນສະໜັບສະໜູນບັນລຸ 1991 ບັດ ໂດຍເປັນຈຳນວນທີ່ຈຳເປັນເພື່ອຍາດໄດ້ການສະເໜີຂອງພັກປະຊາທິປະໄຕໃນບັນດາການເລືອກຕັ້ງເບື້ອງຕົ້ນຄັ້ງຕໍ່ໄປ ທີ່ຄາດວ່າຈະຈັດຂຶ້ນໃນເດືອນມິຖຸນາຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ