ການເລືອກຕັ້ງອາເມລິກາ2016:ຜູ້ສະໝັກຮັບເລືອກຕັ້ງພັກສາທາລະນະລັດກ້າວເຂົ້າບັ້ນໂຕ້ວາທີເທື່ອທີ2

ການເລືອກຕັ້ງອາເມລິກາ2016:ຜູ້ສະໝັກຮັບເລືອກຕັ້ງພັກສາທາລະນະລັດກ້າວເຂົ້າບັ້ນໂຕ້ວາທີເທື່ອທີ2 - ảnh 1
ບັນດາຜູ້ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ອາ​ເມ​ລິ​ກາ​ໃນ​ປີ 2016
(ພາບ: AP)

(vovworld) – ​​ໃນ​ເວລາ 17 ​ໂມງ​ວັນ​ທີ 16/9, ຜູ້​ສະໝັກຮັບ​​ເລືອກ​ຕັ້ງ​​​ແຖວ​ໜ້າ​ຂອງ​ພັກສາ​ທາ​ລະນະ​ລັດ​ 11 ທ່ານ, ​ໄດ້ກ້າວ​ເຂົ້າ​ບັ້ນ​ໂຕ້​ວາທີ​ເທື່ອ​ທີ 2 ​ໃນ​ການ​ຊ່ວງ​ເສ​ງ​ ​ເພື່ອ​​ໄດ້​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ອາ​ເມ​ລິ​ກາ​ໃນ​ປີ 2016. ນີ້​ແມ່ນຜູ້​​ສະໝັກຮັບ​ເລືອກ​ຕັ້ງ 11 ທ່ານ​ທີ່ພວມ​ນຳ​ໜ້າ​ໃນ​ບັນຊີ​ລາຍ​ຜູ້​​ສະໝັກ​ຮັບເລືອກ​ຕັ້ງ 16 ທ່ານ​ຂອງພັກສາ​ທາ​ລະນະ​ລັດທີ່​​ສະ​ໝັກ​ເລືອກ​ຕັ້ງ​​ເປັນປະທານາທິບໍດີ​ໃນ​​ການ​ຢັ່ງ​ຫາງ​ສຽງ​ຂອງ​ບັນດາ​ອົງການ​ຢັ່ງ​ຫາງ​ສຽງ​ທີ່ມີ​ອິດ​ທິພົນ​ຊື່​ສຽງ​ຢູ່ ອາ​ເມ​ລິ​ກາ. ການ​ໂຕ້​ວາ​ທີຄັ້ງ​ຕ່າງໆ ​ໄດ້ຮັບ​ຕີ​ລາຄາ​ວ່າແມ່ນ​ກາລະ​ໂອກາດ​ສຳຄັນ​ເພື່ອ​ໃຫ້​ບັນດາຜູ້​ສະໝັກ​ຮັບເລືອກ​ຕັ້ງລາຍ​ງານ​ໂຄງການ​ດຳ​ເນີນ​ງານ​ຂອງ​ຕົນ​ໃນ​ບັນດາ​ບັນຫາ​ເສດຖະກິດ ​ແລະ ນະ​ໂຍບາຍ​ການ​​ຕ່າງປະ​ເທດ ​ໃນ​ຄວາມມານະ​ພະຍາຍາມ​​ດູດ​ດຶງ​ຄວາມ​ສົມ​ໃຈ ​ແລະ ການສະໜັບສະໜູນ​ຂອງ​ບັນດາ​ຜູ້​ມີ​ສິດ​​ເລືອກ​ຕັ້ງ.


ຂ່າວ/ບົດ​ອື່ນ