ການເລືອກຕັ້ງເຂົ້າ Duma ແຫ່ງຊາດໄດ້ເລີ່ມປະຕິບັດຢູ່ລັດເຊຍ

(VOVWORLD) -ວັນທີ 17 ກໍລະກົດ, ຢູ່ ລັດເຊຍ ໄດ້ເລີ່ມດຳເນີນການເລືອກຕັ້ງເຂົ້າ Duma ແຫ່ງຊາດ (ສະພາຕ່ຳ). ບັນດາສະຖານທີ່ປ່ອນບັດທຳອິດໄດ້ເປີດປະຕູຢູ່ເຂດຕາເວັນອອກໄກ.
ການເລືອກຕັ້ງເຂົ້າ Duma ແຫ່ງຊາດໄດ້ເລີ່ມປະຕິບັດຢູ່ລັດເຊຍ - ảnh 1ການເລືອກຕັ້ງເຂົ້າ Duma ແຫ່ງຊາດ ຊຸດທີ VIII ໄດ້ຈັດຂຶ້ນໃນວັນເລືອກຕັ້ງເອກະພາບ ວັນທີ 19 ກັນຍາ ປີ 2021
(ພາບ: rianovosti)

ຕາມແຜນການ, ການເລືອກຕັ້ງເຂົ້າ Duma ແຫ່ງຊາດ ຊຸດທີ VIII ໄດ້ຈັດຂຶ້ນໃນວັນເລືອກຕັ້ງເອກະພາບ ວັນທີ 19 ກັນຍາ ປີ 2021. ພ້ອມກັບການເລືອກຕັ້ງເຂົ້າ Duma ແຫ່ງຊາດ, ບັນດາການເລືອກຕັ້ງເຂົ້າອຳນາດການປົກຄອງທ້ອງຖິ່ນຢູ່ບາງແຫ່ງກໍ່ໄດ້ຮັບການຈັດຕັ້ງ. ຍ້ອນເຫດນັ້ນ, ປີນີ້ຈຳນວນຜູ້ນຳໜ້າຂອງ 9 ເຂດ ແລະ ຜູ້ແທນຂອງລັດຖະສະພາ 39 ເຂດຈະໄດ້ຮັບການເລືອກຕັ້ງໂດຍກົງ. ບັນດາການເລືອກຕັ້ງສະມາຊິກນະຄອນ ກໍ່ໄດ້ຈັດຂຶ້ນຢູ່ 11 ເຂດ.

ຕາມຄະນະກຳມະການເລືອກຕັ້ງສູນການ ລັດເຊຍ, ມີນັກສັງເກດການສາກົນ 250 ທ່ານທີ່ມາຈາກ 55 ປະເທດ ແລະ 10 ອົງການຈັດຕັ້ງຈະຕິດຕາມການເລືອກຕັ້ງເຂົ້າ Duma ແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ