ການ​ເລືອກ​ຕັ້ງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສຳ​ເລັດ​ຜົນ, ມີ​ຄວາມ​ປອດ​ໄພ ແລະ ຖືກ​ຕ້ອງ​ຕາມ​ກົດ​ໝາຍ

(VOVWORLD) -ວັນທີ 23 ພຶດສະພາ 2021, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ກ່ວາ 69 ລ້ານຄົນໃນທົ່ວປະເທດ ໄດ້ໄປປະຕິບັດສິດ ແລະ ພັນທະຂອງຕົນ, ໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026.
ການ​ເລືອກ​ຕັ້ງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສຳ​ເລັດ​ຜົນ, ມີ​ຄວາມ​ປອດ​ໄພ ແລະ ຖືກ​ຕ້ອງ​ຕາມ​ກົດ​ໝາຍ - ảnh 1ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງປ່ອນບັດເລືອກຕັ້ງ ຢູ່ຮ່າໂນ້ຍ

ຕາມການລາຍງານຂອງ 63 ແຂວງ, ນະຄອນ, ການເລືອກຕັ້ງໄດ້ດຳເນີນໄປຢ່າງຖືກຕ້ອງຕາມແຜນການ, ຮັບປະກັນປະຊາທິປະໄຕ ແລະ ຄວາມປອດໄພ. ຜູ້ມີສິດເລືອກໄດ້ມີຄວາມພາກພູມໃຈທີ່ໄດ້ໄປເລືອກຕັ້ງຢ່າງຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ, ປະຕິບັດສິດ ແລະ ພັນທະຂອງພົນລະເມືອງ. ຕາມການສະຖິຕິຂອງ ສະພາເລືອກຕັ້ງແຫ່ງຊາດ ແລ້ວ, ຮອດເວລາ 00 ໂມງຂອງວັນທີ 24 ພຶດສະພາ, ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງບັນລຸເກືອບ 98,43% ຊຶ່ງສະແດງໃຫ້ເຫັນຄວາມຮັບຜິດຊອບຢ່າງສູງ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງຜູ້ມີສິດເລືອກຕັ້ງໃນທົ່ວປະເທດຕໍ່ການເລືອກຕັ້ງ. ທ່ານ ບຸຍວັນເກື່ອງ, ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ວໜ້າຫ້ອງການສະພາເລືອກຕັ້ງແຫ່ງຊາດ ໃຫ້ຮູ້ວ່າ:

ວຽກງານເຜີຍແຜ່ໂຄສະນາບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າຊື່ນຊົມ, ສ້າງບັນຍາກາດອັນພາກພູນໃຈ, ຮູ້ສຶກເປັນກຽດ, ເອກອ້າງທະນົງໃຈໃຫ້ແກ່ບັນດາຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ. ບັນດາວຽກງານຮັບປະກັນກ່ຽວກັບພື້ນຖານວັດຖຸ, ງົບປະມານກໍ່ໄດ້ຮັບການກະກຽມເປັນຢ່າງດີ. ຜ່ານບັນດາພາຫະນະຖະແຫຼງຂ່າວສື່ມວນຊົນ ພວກເຮົາສາມາດເຫັນໄດ້ ບັນຍາກາດຄວາມພາກພູມໃຈຂອງພະນັກງານ, ສະມາຊິກພັກ, ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດຢ່າງຈະແຈ້ງ, ໃນນັ້ນມີຜູ້ມີສິດເລືອກຕັ້ງອາຍຸສູງ ແລະ ຜູ້ມີສິດເລືອກຕັ້ງເຂົ້າຮ່ວມການເລືອກຕັ້ງຄັ້ງທຳອິດຫຼາຍຄົນ ໄດ້ປະຕິບັດຢ່າງຖືກຕ້ອງຕາມກົດໝາຍ ແລະ ຕິດພັນກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ສະພາເລືອກຕັ້ງແຫ່ງຊາດ ອີງໃສ່ບົດບັນທຶກສະຫຼຸບການເລືອກຕັ້ງແຫ່ງຊາດໃນທົ່ວປະເທດຈະປະກາດໝາກຜົນຂອງການເລືອກຕັ້ງ ແລະ ບັນຊີລາຍຊື່ບັນດາຜູ້ສະໝັກຮັບເລືອກຕັ້ງໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊ້າສຸດແມ່ນວັນທີ 12 ມິຖຸນາ 2021 (ພາຍຫຼັງວັນເລືອກຕັ້ງ 20 ວັນ).

ຕອບກັບ

ຂ່າວ/ບົດ​ອື່ນ