ການ​ເລົ່າ “ເລື່ອງ​ລາວ​ເຂດ​ພູ​ສູງ” ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ

(VOVWORLD) - ພາບແຕ້ມແຕ່ລະແຜ່ນແມ່ນເລື່ອງລາວ, ມູມມອງໜຶ່ງກ່ຽວກັບຊີວິດອັນລຽບງ່າຍຂອງປະຊາຊົນເຂດພູສູງ, ສ່ອງແສງວິຖີຊີວິດປະຈຳວັນ, ຮີດຄອງປະເພນີ ແລະ ຮູບພາບຂອງປະຊາຊົນເຂດພູສູງທີ່ງຽບງ່າຍ, ສັດຊື່ບໍລິສຸດ ແລະ ສະໜິດສະໜົມ ໄດ້ຢ່າງແທ້ຈິງ.
ການ​ເລົ່າ “ເລື່ອງ​ລາວ​ເຂດ​ພູ​ສູງ”     ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ - ảnh 1ພໍ່ແມ່ປະຊາຊົນເຜົ່າຢ້າວ ແຂວງ ບັກຢາງ ຢ້ຽມຊົມງານວາງສະແດງ (ພາບ: TTXVN)

ນັບແຕ່ວັນທີ 26 ພຶດສະພາ - 4 ມິຖຸນາ ຢູ່ຫໍວາງສະແດງວິຈິດຕະກຳ, ຢູ່ເຮືອນເລກທີ 16 ຖະໜົນ ໂງກວຽນ, ຮ່າໂນ້ຍ ໄດ້ດຳເນີນງານວາງສະແດງຮູບແຕ້ມດ້ວຍຫົວຂໍ້ “ເລື່ອງລາວເຂດພູສູງ”. ງານວາງສະແດງດັ່ງກ່າວ ໂດຍຄູຝຶກມວຍ - ຈິດຕະກອນ ເຫືອງເຕິມເດືອງ (ຫງວຽນຈີເຮືອງ) ແລະ ຈິດຕະກອນ ເຈິ່ນງວຽນເຖ ສົມທົບກັນຈັດຂຶ້ນ.

         ງານວາງສະແດງດັ່ງກ່າວ ໄດ້ວາງສະແດງພາບແຕ້ມ 50 ແຜ່ນ, ໂດຍເປັການເລົ່າເລື່ອງຂອງຈິດຕະກອນທັງ 2 ທ່ານຜ່ານພາສາຈິດຕະກຳ ທີ່ໄດ້ແຕ້ມດ້ວຍສີຂັດມັນ ແລະ ອາຄະລີລິກ. ພາບແຕ້ມແຕ່ລະແຜ່ນແມ່ນເລື່ອງລາວ, ມູມມອງໜຶ່ງກ່ຽວກັບຊີວິດອັນລຽບງ່າຍຂອງປະຊາຊົນເຂດພູສູງ, ສ່ອງແສງວິຖີຊີວິດປະຈຳວັນ, ຮີດຄອງປະເພນີ ແລະ ຮູບພາບຂອງປະຊາຊົນເຂດພູສູງທີ່ງຽບງ່າຍ, ສັດຊື່ບໍລິສຸດ ແລະ ສະໜິດສະໜົມ ໄດ້ຢ່າງແທ້ຈິງ.


ຕອບກັບ

ຂ່າວ/ບົດ​ອື່ນ