ການ​​ເສັງ “ຊອກ​ຫາ​ທູດ​ນ້ຳ ປີ 2020” ຊ່ວຍ​ໃຫ້​ນັກ​ຮຽນມີ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ລະຫຼິ້ນ ​ທີ່​ມີ​ປະ​ໂຫຍດ

(VOVWORLD) -ການເຄື່ອນໄຫວນີ້ ນອນໃນຂອບເຂດບັ້ນໂຄສະນາ ປ່ຽນແປງການກະທຳ “ທູດນ້ຳປີ 2020”, ສຳລັບເດັກນ້ອຍທີ່ມີເກນອາຍຸໄປໂຮງຮຽນ ຂຶ້ນກັບໂຄງການບັນດາການເຄື່ອນໄຫວຢູ່ທ້ອງຖິ່ນ ຫວຽດນາມ ເພື່ອສຸຂະພາບ, ສິ່ງແວດລ້ອມ ໂດຍ USAID ອຸປະຖຳ
ການ​​ເສັງ “ຊອກ​ຫາ​ທູດ​ນ້ຳ ປີ 2020” ຊ່ວຍ​ໃຫ້​ນັກ​ຮຽນມີ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ລະຫຼິ້ນ ​ທີ່​ມີ​ປະ​ໂຫຍດ - ảnh 1ທູດນ້ຳ 4 ຄົນທີ່ດີເດັ່ນໃນປີ 2020 (ພາບ: moitruongvadothi.vn

ຕອນບ່າຍວັນທີ 7 ທັນວາ, ອົງການພັດທະນາສາກົນ ອາເມລິກາ (USAID), ສະຖາບັນຄົ້ນຄ້ວາການຄຸ້ມຄອງການພັດທະນາແບບຍືນຍົງ (MSD), ສູນພັດທະນາປະຊາຄົມແບບຍືນຍົງ (SCODE), ໄດ້ຈັດການເສັງ “ຊອກຫາທູດນ້ຳ ປີ 2020”ຮອບຊີງຊະນະເລີດຂຶ້ນ. ການເຄື່ອນໄຫວນີ້ ນອນໃນຂອບເຂດບັ້ນໂຄສະນາ ປ່ຽນແປງການກະທຳ “ທູດນ້ຳປີ 2020”, ສຳລັບເດັກນ້ອຍທີ່ມີເກນອາຍຸໄປໂຮງຮຽນ ຂຶ້ນກັບໂຄງການບັນດາການເຄື່ອນໄຫວຢູ່ທ້ອງຖິ່ນ ຫວຽດນາມ ເພື່ອສຸຂະພາບ, ສິ່ງແວດລ້ອມ ໂດຍ USAID ອຸປະຖຳ, ເຊິ່ງໄດ້ດຳເນີນແຕ່ເດືອນກັນຍາ 2020, ໂຄງການໄດ້ຄັດເລືອກເອົານັກຮຽນ 40 ຄົນເຂົ້າຮອບຊີງຊະນະເລີດ. ຄະນະຈັດຕັ້ງໄດ້ຄັດເລືອກເອົາ ຜູ້ເຂົ້າຮ່ວມການເສັງທີ່ດີເດັ່ນ 7 ຄົນ ເພື່ອຮັບ ລາງວັນທູດແບບແຟນບຸກຄະລິກ 3 ລາງວັນ ແລະ ລາງວັນ ທູດນ້ຳ 4 ລາງວັນ ປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ