ການເສງ “ແສງສະຫວ່າງ ເຍືອງທາງ“ ເຂດ ພາກເໜືອປີ 2015

ການເສງ “ແສງສະຫວ່າງ ເຍືອງທາງ“ ເຂດ ພາກເໜືອປີ 2015 - ảnh 1
ການເສງ “ແສງສະຫວ່າງເຍືອງທາງ“ ເຂດພາກເໜືອປີ 2015
(ພາບ: anhsangsoiduong.cpvm.vn)

(vovworld) - ​ໂດຍ​ຜ່ານ​ບັນດາ​ທິມ​ໃນ​ເຂດ​ພາກ​ເໜືອ, ທິມຊາດ​ກວາງ​ນິງ, ​ເຊີນ​ລາ, ຮ່າ​ໂນ້ຍ ​ແລະ ຄະນະ​ຊາວ​ໜຸ່ມ​ກອງທັບ, ​ໄດ້​ພົບ​ປະກັນ​ໃນ​ການ​ເສັງ ​ໂອ​ລີ​ມປີກທົ່ວ​ປະ​ເທດ​ຮອບ​ສຸດ​ທ້າຍ ສຳລັບ​ວິຊາ​ວິທະຍາສາດ​ມາກ - ​ເລ​ນິນ ​ແລະ ​ແນວ​ຄິດ ​ໂຮ່ຈີ​ມິນ​ ປີ 2015, ​ເຂດ​ພາກ​ເໜືອ, ​ເຊິ່ງຈັດ​ຕັ້ງ​ຢູ່​ນະຄອນ ຫ້າ​ລອງ, ​ແຂວງ​ກວາງ​ນິງ ​ໃນ​ຕອນ​ຄຳ​່ວັນ​ທີ 10/5. ຜົນ​ມີ​ຢູ່​ວ່າ ທິມຊາດ​ຮ່າ​ໂນ້ຍ ຍາດ​ໄດ້ຜົນ​ງານ​ດີ​ເດັ່ນ ​ແລະ ​ຈະ​ໄດ້​ເຂົ້າ​ຮ່ວມ​ການ​ເສັງ ​“​ແສງ​ສະຫວ່າງ​ເຍືອງ​ທາງ“ ຮອບ​ຊິງ​ຊະນະ​ເລີດ​ທົ່ວ​ປະ​ເທດ, ​ເຊິ່ງຈັດ​ຕັ້ງ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ ກົງ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ 125 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ ​ໂຮ່ຈີ​ມິນ, ​ໃນວັນ​ທີ 19/5 (1890-2015). ​ເຂົ້າ​ຮ່ວມ​ໃນ​ການ​ເສັງຮອບ​ນີ້​ມີ 4 ທິມ, ນັ້ນ​ແມ່ນ​ທິມກວາງ​ຫງາຍ, ຮ່າ​ໂນ້ຍ, ນະຄອນ​ໂຮ່ຈີ​ມິນ ​ແລະ ອານ​ຢາງ.

ຂ່າວ/ບົດ​ອື່ນ