ການເສັງOlympicເຄມີສາກົນຄັ້ງທີ46ຈະຈັດຕັ້ງຢູ່ຫວຽດນາມແຕ່ວັນທີ20-29/7

ການເສັງOlympicເຄມີສາກົນຄັ້ງທີ46ຈະຈັດຕັ້ງຢູ່ຫວຽດນາມແຕ່ວັນທີ20-29/7 - ảnh 1
ການປະຊຸມຂ່າວໃນ​ຕອນ​ເຊົ້າ​ວັນ​ທີ 16/7
(ພາບ: baotintuc.vn)

(vovworld) - ການ​ເສັງ Olympic ​ເຄມີ​ສາກົນ​ປີ 2014 ຢູ່ ຫວຽດນາມ ຖືກ​ຈັດ​ຕັ້ງ​ໃນ​ວັນ​ທີ 20 – 29/7. ​ເຂົ້າ​ຮ່ວມ​ການ​ເສັງ​ປີ​ນີ້​ມີ​ນັກຮຽນ 291 ຄົນ​ທີ່​ມາ​ຈາກ 75 ປະ​ເທດ. ນອກຈາກ​ນັ້ນ, ຍັງ​ມີ​ຜູ້​ສັງ​ເກດ​ການ, ພະນັກງານ​ຮັບ​ໃຊ້​ເກືອບ 200 ຄົນ. ມາ​ຮອດ​ຈຸດ​ເວລາ​ນີ້, ວຽກ​ງານ​ກະກຽ​ມ​ໃຫ້​ແກ່​ການ​ຕ້ອນຮັບ, ບ່ອນ​ກີ​ນ, ບ່ອນຢູ່, ສະຖານ​ທີ່​ຈັດ​ຕັ້ງ​ການ​ເສັງ, ບັນດາ​ອຸປະກອນ​ຮັບ​ໃຊ້​ໃຫ້ການ​ເສັງ​ໄດ້​​ສຳ​ເລັດ​ໂດຍ​ພື້ນຖານ. ທີ່​ການ​ປະຊຸມ​ຂ່າວ​ປະກາດກ່ຽວ​ກັບ​ວຽກ​ງານຈັດ​ຕັ້ງ​ການ​ເສັງ Olympic ​​ເຄມີ​ສາກົນ​ປີ 2014 ຢູ່ ຫວຽດນາມ, ທີ່ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 16/7, ຢູ່​ຮ່າ​ໂນ້ຍ, ທ່ານ ບຸ່ຍ​ຢູຍກາມ, ຫົວໜ້າ​ຄະນະ​​ຈັດ​ຕັ້ງ​ການ​ເສັງ Olympic ເຄມີ​ສາກົນ​ຢູ່ ຫວຽດນາມ, ​ໃຫ້​ຮູ້​ວ່າ:

    “ການ​ອອກ​ຫົວ​ບົດສອບ​ເສັງ​ແມ່ນ​ຂອດ​ສຳຄັນ​ທີ່​ສຸດ, ພວກ​ເຮົາ​ຮັບຜິດຊອບ​ແນະນຳ​ຫົວ​ບົດ​ສອບ​ເສັງ. ມາ​ຮອດ​ປະຈຸ​ບັນ, ຄະນະ​ວິຊາ​ການ​ໄດ້​ເຮັດ​ວຽກ​ຢ່າງ​ຕັ້ງໜ້າ ​ແລະ ໄດ້​ອອກ​ຫົວ​ບົດສອບ​ເສັງ​ສຳ​ເລັດ​ໂດຍ​ພື້ນຖານ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່ສະພາ​ກວດ​ບົດສອບ​ເສັງສາກົນ.”



ຂ່າວ/ບົດ​ອື່ນ