ການເສັງການອອກແບບໂລໂກເອກະລັກ ອາຊຽນ ປີ 2020

(VOVWORLD) -ຜູ້ຄວ້າໄດ້ລາງວັນທີ 1 ຈະໄດ້ຮັບເງິນສົດ 2.000 ເອີໂຣ, ປີ້ຍົນໄປ-ກັບ ໄປຍັງ ຈາກາກຕາ (ອິນໂດເນເຊຍ) ເຂົ້າຮ່ວມພິທີເປີດຕົວ ແລະ ມອບລາງວັນໂລໂກ. ລາງວັນທີ 2 ແມ່ນ ມີມູນຄ່າ 1.000 ເອີໂຣ ແລະ ລາງວັນທີ 3 ແມ່ນ 500 ເອີໂຣ.

        ຄະນະເລຂາທິການ ອາຊຽນ ໄດ້ປຸກລະດົມການເສັງການອອກແບບໂລໂກເອກະລັກ ອາຊຽນ ປີ 2020 ທີ່ສະຫງວນໃຫ້ແກ່ໄວໜຸ່ມ ອາຊຽນ ຢ່າງເປັນທາງການ. ນີ້ແມ່ນການເສັງທີ່ສະຫງວນໃຫ້ແກ່ບັນດາສ່ວນບຸກຄົນທີ່ເປັນພົນລະເມືອງຂອງ ອາຊຽນ ທີ່ຢູ່ໃນເກນອາຍຸ ແຕ່ 18 – 35 ປີ. ຄະນະຈັດຕັ້ງ ໄດ້ເລີ່ມຮັບບັນດາໂລໂກເຂົ້າຮ່ວມການເສັງ ນັບແຕ່ວັນທີ  23 ກັນຍາ - 22 ພະຈິກ 2019. ແຕ່ລະໂລໂກເຂົ້າຮ່ວມການເສັງ ຕ້ອງມີການພັນລະນາທີ່ບໍ່ກາຍ 50 ຄໍາຕິດຄັດມາພ້ອມ ເພື່ອອະທິບາຍກ່ຽວກັບສີສັນຂອງ ອາຊຽນ ຜ່ານການອອກແບບໂລໂກ. ຜູ້້ເຂົ້າຮ່ວມການເສັງ ຕ້ອງຮັບປະກັນໂລໂກຂອງຕົນ ແມ່ນໂລໂກຕົ້ນສະບັບ ແລະ ບໍ່ສໍາເນົາຫຼືລອກແບບຂອງຄົນອື່ນ. ການເສັງຈະໄດ້ຕີລາຄາບົນລັກສະນະຂອງຕົ້ນສະບັບ, ຄວາມງາມ, ຄວາມສາມາດໃນການສ້າງແຫຼ່ງບັນດານໃຈ ແລະ ລັກສະນະຄວາມເໝາະສົມສາມາດນໍາໃຊ້ໃນຫຼາຍໂປແກຼມ. ຜະລິດຕະພັນທີ່ຄວ້າໄດ້ລາງວັນນັ້ນ ແມ່ນໂດຍຄະນະເລຂາທິການ ອາຊຽນ ແລະ  ອົງການຈັດຕັ້ງຮ່ວມມືພັດທະນາເຢຍລະມັນ (GIZ) ຄັດເລືອກ ແລະ ຕັດສິນ.

        ຜູ້ຄວ້າໄດ້ລາງວັນທີ 1 ຈະໄດ້ຮັບເງິນສົດ 2.000 ເອີໂຣ, ປີ້ຍົນໄປ-ກັບ ໄປຍັງ ຈາກາກຕາ (ອິນໂດເນເຊຍ) ເຂົ້າຮ່ວມພິທີເປີດຕົວ ແລະ ມອບລາງວັນໂລໂກ. ລາງວັນທີ 2 ແມ່ນ ມີມູນຄ່າ 1.000 ເອີໂຣ ແລະ ລາງວັນທີ 3 ແມ່ນ 500 ເອີໂຣ.


ຕອບກັບ

ຂ່າວ/ບົດ​ອື່ນ