ການເສັງໂດຍ VOV ຈັດຕັ້ງໄດ້ສ້າງນ້ຳໃຈມິດຕະພາບ 65 ປີແຫ່ງການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ ຕື່ມອີກ

(VOVWORLD) -  ພາຍຫລັງໄດ້ປຸກລະດົມແຕ່ວັນທີ 14 ຕຸລາ - ວັນທີ 15 ທັນວາ, ການເສັງ “ຊອກຮູ້ກ່ຽວກັບການຢ້ຽມຢາມ ອິນໂດເນເຊຍ ຄັ້ງປະຫວັດສາດຂອງປະທານ ໂຮ່ຈີມິນ  ແລະ ການຢ້ຽມຢາມ ຫວຽດນາມ ຂອງປະທານາທິບໍດີ ອິນໂດເນເຊຍ Sukarno”,

 ໂດຍວິທະຍຸກະຈາຍສຽງ ຫວຽດນາມ (VOV) ສົມທົບກັບສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ຈັດຕັ້ງ, ໄດ້ດຶງດູດຄວາມສົນໃຈຂອງຜູ້ເຂົ້າຮ່ວມການເສັງເປັນຈຳນວນຫລວງຫລາຍ.

        ຕາມທ່ານນາງ ຫງວຽນຖີ່ວເວິນ, ຮອງຫົວໜ້າພະແນກຂ່າວພາຍໃນ, VOV ໃຫ້ຮູ້ວ່າ: ການເສັງໄດ້ຮັບບົດເສັງທີ່ມີຄຸນນະພາບສູງເກືອບ 300 ບົດ, ໃນນັ້ນ ມີຫລາຍບົດໄດ້ບັນຈຸເອກະສານປະຫວັດສາດອັນລ້ຳຄ່າ ບໍ່ພຽງແຕ່ຂອງການຢ້ຽມຢາມ “ປະຫວັດສາດ” 2 ຄັ້ງນີ້ເທົ່ານັ້ນ ຫາກຍັງກ້ວາງຂວາງກ່ວາ ແມ່ນການພົວພັນລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ