ກ​ານ​ເອົາ​ສະ​ເໝີ ຕໍ່ຫວຽດ​ນາມ ແມ່ນ​ໄຊ​ຊ​ະ​ນະ​ຢ່າງ​ໃຫຍ່ຫຼວງ​ຂອງ ຟີ​ລິບ​ປິນ

(VOVWORLD) -ຫວຽດນາມ ແມ່ນທິມຄອງແຊັມ, ແມ່ນທິມອັນດັບໜຶ່ງໃນກິລາບານເຕະຊາຍ ຊີເກມ ຄັ້ງນີ້. ສະນັ້ນ, ສຳລັບ ຟີລິບປິນ ແລ້ວ, ການເອົາສະເໝີຕໍ່ ຫວຽດນາມ ແມ່ນຜົນສຳເລັດທີ່ໃຫຍ່ຫຼວງຂອງ ຟີລິບປິນ. 
ກ​ານ​ເອົາ​ສະ​ເໝີ ຕໍ່ຫວຽດ​ນາມ ແມ່ນ​ໄຊ​ຊ​ະ​ນະ​ຢ່າງ​ໃຫຍ່ຫຼວງ​ຂອງ ຟີ​ລິບ​ປິນ - ảnh 1ທ່ານ Norman Fegidero ຫົວໜ້າຄູຝຶກ ທິມບານເຕະຊາຍ U23 ຟີລິບປິນ (ພາບ: Minh Duc)

ທ່ານ Norman Fegidero ຫົວໜ້າຄູຝຶກ ທິມບານເຕະຊາຍ U23 ຟີລິບປິນ ມີີຄວາມຮູ້ສຶກພໍໃຈກັບ ວິທີ ຟີລິບປິນ ປ້ອງກັນ ແລະ ເອົາສະເໝີ ກັບ ຫວຽດນາມ 0 – 0 ໃນການແຂ່ງຂັນສາຍ A ໃນງານມະຫາກຳກິລາ ຊີເກມ 31 ໃນຕອນຄ່ຳວັນທີ 8 ພຶດສະພາ. ໃນກອງປະຊຸມຖະແຫຼງຂ່າວພາຍຫຼັງການແຂ່ງຂັນ, ທ່ານ Norman Fegidero ໃຫ້ຮູ້ວ່າ: ຫວຽດນາມ ແມ່ນທິມຄອງແຊັມ, ແມ່ນທິມອັນດັບໜຶ່ງໃນກິລາບານເຕະຊາຍ ຊີເກມ ຄັ້ງນີ້. ສະນັ້ນ, ສຳລັບ ຟີລິບປິນ ແລ້ວ, ການເອົາສະເໝີຕໍ່ ຫວຽດນາມ ແມ່ນຜົນສຳເລັດທີ່ໃຫຍ່ຫຼວງຂອງ ຟີລິບປິນ. ຈາກໝາກຜົນຂອງການແຂ່ງຂັນນັດນີ້, ຟີລິບປິນຈະສືບຕໍ່ນຳໜ້າສາຍ A ດ້ວຍ 4 ຄະແນນ, ຍ້ອນຈຳນວນປະຕູທີ່ຍິງເຂົ້າລື່ນ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ