ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຕ້ອງ​ອີງ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ

(VOVWORLD) -ວັນທີ 6 ພະຈິກ, ຢູ່ສູນສື່ມວນຊົນສຳນັກຂ່າວສານ ເອກະລາດ ຢູແກຼນ (UNIAN) ໄດ້ດຳເນີນກອງປະຊຸມໂຕະມົນ “ ອຳນາດສານຢູ່ທະເລ ທີ່ບັນດາສະຖານທີ່ພວມເກີດການຂັດແຍ້ງກັນ, ປະທະກັນ ແລະ ແກ້ງແຍ່ງ ຢູ່ທະເລດຳ, ທະເລ Azov, ທະເລ ຕາເວັນອອກ”, ດ້ວຍການເຂົ້າຮ່ວມຂອງ ນັກວິທະຍາສາດ, ນັກຊ່ຽວຊານ ແລະ ທະນາຍຄວາມ ຢູແກຼນ ກ່ວາ 20 ທ່ານ…
ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຕ້ອງ​ອີງ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ - ảnh 1ບັນດາຜູ້ແທນຢູ່ກອງປະຊຸມ (ພາບ: TTXVN) 

ທີ່ກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ປຶກສາຫາລືບັນດາບັນຫານິຕິກຳ, ການເມືອງ, ການທະຫານ…ທີ່ກ່ຽວຂ້ອງເຖິງບາງພາກພື້ນຂັດແຍ້ງກັນ ແລະ ປະທະກັນໃນທົ່ວໂລກ. ສ່ວນກ່ຽວຂ້ອງເຖິງບັນດາທະເລຕາເວັນອອກ, ມີນັກຮຽນຮູ້ຫຼາຍທ່ານຖືວ່າ ບັນຫານີ້ບໍ່ພຽງແຕ່ມີລັກສະນະໃນພາກພື້ນເທົ່ານັ້ນ ຫາກຍັງແມ່ນບັນຫາຂອງສາກົນ, ມີສ່ວນກ່ຽວຂ້ອງເຖິງສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມເສລີ ໃນການເດີນເຮືອໃຫ້ແກ່ທຸກປະເທດທີ່ມີຜົນປະໂຫຍດຢູ່ພາກພື້ນອີກດ້ວຍ. ສະນັ້ນ ຄວາມເອົາໃຈໃສ່ຂອງທົ່ວປະຊາຄົມສາກົນສຳລັບບັນຫາທະເລຕາເວັນອອກແມ່ນມີຄວາມຈຳເປັນທີ່ສຸດ.

ທ່ານVolodymyr Volya ນັກວິທະຍາສາດດ້ານການເມືອງ, ທັງເປັນນັກຊ່ຽວຊານກ່ຽວກັບບັນດາບັນຫາສາກົນຖືວ່າ: ສຳລັບການຂັດແຍ້ງກັນຜືນແຜ່ນດິນຍາມໃດຫວຽດນາມກໍ່ມີທັດສະນະສະເໝີຕົ້ນສະເໝີປາຍ, ຢຶດໝັ້ນ, ມີຄວາມອົດກັ້ນ, ຫຼີກລ້ຽງບັນດາການກະທຳອາດຈະເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ຫວຽດນາມມີແຜນນະໂຍບາຍແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກຜ່ານມາດຕະການດ້ານການເມືອງ - ການທູດ, ປະຕິບັດຕາມກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ