ການແຂ່ງຂັນ Robothon ທົ່ວປະເທດແມ່ນສິ່ງທີ່ ນຳມາເຊິ່ງຜົນປະໂຫຍດໃຫ້ນັກຮຽນ

ການແຂ່ງຂັນ Robothon ທົ່ວປະເທດແມ່ນສິ່ງທີ່ ນຳມາເຊິ່ງຜົນປະໂຫຍດໃຫ້ນັກຮຽນ - ảnh 1
(ພາບປະກອບ)

(vovworld) – ການ​ແຂ່ງ​ຂັນ Robothon ທົ່ວ​ປະ​ເທດປີ 2014 ຖືກ​​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 01/11, ຢູ່​ສະນາມ​ກິລາ​ທະຫານ​ເຂດ 7, ນະຄອນ​ໂຮ​ຈິ​ມິນ ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ນັກຮຽນ​ກວ່າ 186 ຄົນ, ດ້ວຍ​ຫົວ​ຂໍ້​ “ຄຸ້ມ​ຄອງ​ສິ່ງ​ເສດ​ເຫຼືອ​ຕົວ​ເມືອງ”. ອາຈານ ຫງວຽນ​ກວາງ​ວິ​ງ, ຫົວໜ້າ​ຂະ​ແໜງ​ສຶກສາ​ຂັ້ນ​ປະຖົມ, ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງ​ນະຄອນ​ໂຈ່​ຈິ​ມິນ ​ໃຫ້​ຮູ້​ວ່າ.

    “ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ເຄື່ອນ​ໄຫວ​ນອກ​ແຜນ, ​ແມ່ນ​ສິ່ງ​ທີ່ນຳ​ມາ​ເຊິ່ງຄວາມ​ມ່ວນ​ຊື່ນ​ໃຫ້​ຮັກ​ຮຽນ​ເທົ່າ​ນັ້ນ, ຫາກ​ຜ່ານ​ການ​ແຂ່ງຂັນ​ນີ້ ພວກ​ເຮົາ​ຢາກ​ເສີມ​ຂະຫຍາຍ​ການ​​ປະດິດ​ສ້າງ​​ໃຫ້​ເດັກ​ອີກ​ດ້ວຍ. ບັນດາ​ນັກຮຽນ​ເຂົ້າ​ຮ່ວມ​ສາມາດ​ນຳ​ໃຊ້​ຄວາມ​ຮູ້​ລວມຈາກ​ບັນດາ​ວິຊາ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ​ເຕັກນິກ ​ແລະ ວິຊາ​ເລກ”.

      ການ​ແຂ່ງຂັນ​ແມ່ນ​ເພື່​ອ​ແນ​ໃສ່​ຂັດ​ເລືອກ​ທິມດີ​ເດັ່ນ, ຕາງ​ໜ້າ​ໃຫ້​ຫວຽດນາມ ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ Robotics ສາກົນ ​ເຊິ່ງຈະ​ຈັດ​ຂຶ້ນ​ຢູ່​ມາ​ເລ​ເຊຍ ​ໃນ​ທ້າຍ​ເດືອນ 11/2014.

ຂ່າວ/ບົດ​ອື່ນ