ການແຂ່ງຂັນ ກອັບ ເພື່ອການກ້ອບກຸ Vietnam Ambassador’s Cup 2023 ອຸປະຖຳຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ

(VOVWORLD) - ເຫດການດຳເນີນໄປກົງກັບໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ແບນຊິກ (1973 -2023).
ການແຂ່ງຂັນ ກອັບ ເພື່ອການກ້ອບກຸ Vietnam Ambassador’s Cup 2023 ອຸປະຖຳຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ - ảnh 1 ເຫດການຈັດຂຶ້ນເພື່ອສ້າງກອງທຶນສະໜັບອຸປະຖຳຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຢູ່ ໂຮ້ຍອານ
(ພາບ: TTXVN)

        ວັນທີ 25 ມິຖຸນາ, ຢູ່ເດີນ ກອັບ Hulencourt, ຢູ່ເທດສະບານເມືອງ Genappe ຂອງ ແບນຊິກ, ໄດ້ຈັດການແຂ່ງຂັນຊິງລາງວັນ Vietnam Ambassador’s Cup 2023. ນີ້ແມ່ນລາງວັນ ກອັບ ປະຈຳປີ ໂດຍສະຖານທູດ ຫວຽດນາມ ປະຈຳ ແບນຊິກ ສົມທົບກັບທ່ານນາງ Chris Geykens, ຜູ້ຕາງໜ້າປະຈຳ ແບນຊິກ ຂອງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ຢູ່ ໂຮ້ຍອານ (VAVA Hoi An) ຈັດຂຶ້ນເພື່ອສ້າງກອງທຶນສະໜັບອຸປະຖຳຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຢູ່ ໂຮ້ຍອານ.

        ເຫດການດຳເນີນໄປກົງກັບໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ແບນຊິກ (1973 -2023). ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ແນໃສ່ປະກອບສ່ວນເພີ່ມທະວີການພົວພັນກັບບັນດາຄູ່ຮ່ວມມື ອາຊຽນ, ແບນຊິກ, ສະຫະພາບເອີລົບ (ອີຢູ), ໂຄສະນາພາບພົດຂອງ ຫວຽດນາມ, ແນໃສ່ເພີ່ມທະວີການແລກປ່ຽນການຄ້າ, ສົ່ງເສີມການລົງທຶນ. ລາງວັນ ກອັບ ປີນີ້ໄດ້ຮັບຈຳນວນເງິນກວ່າ 13.200 USD. ຈຳນວນເງິນດັ່ງກ່າວຈະໄດ້ມອບໃຫ້ VAVA Hoi An ເພື່ອໜູນຊ່ວຍບັນດາຄອບຄົວຜູ້ປະສົບເຄາະຮ້ານຈາກທາດພິດສີສົ້ມ/ດີໂອຊິນຢູ່ ໂຮ້ຍອານ ພັດທະນາເສດຖະກິດຄອບຄົວ.

        ມາຮອດປະຈຸບັນ, ຈຳນວນເງິນທີ່ໄດ້ຮັບຈາກການເຄື່ອນໄຫວນີ້ແມ່ນກວ່າ 50.000 USD ເພື່ອຊ່ວຍໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຢູ່ ໂຮ້ຍອານ.

ຕອບກັບ

ຂ່າວ/ບົດ​ອື່ນ