ການແຂ່ງຂັນກິລາ Ironman 70.3: ບັນລຸສະຖິຕິເມື່ອມີຜູ້ເຂົ້າຮ່ວມກ່ວາ 1.600 ຄົນ

(VOVWORLD) - ດ້ວຍສານທີ່ວ່າ “ພ້ອມກັນບືນຕົວຂຶ້ນໃນແຕ່ລະວັນ”, ເຫດການ Ironman 70.3 ແມ່ນປະເພດກິລາທີ່ນຳປະຊາຊົນໃນ 5 ທະວີບຫຍັບມໍ່ເຂົ້າກັນກ່ວາ.        

ການແຂ່ງຂັນກິລາ Ironman 70.3: ບັນລຸສະຖິຕິເມື່ອມີຜູ້ເຂົ້າຮ່ວມກ່ວາ 1.600 ຄົນ - ảnh 1 ບັນດານັກກິລາເຂົ້າຮ່ວມການແຂ່ງຂັນ Ironman 70.3 ປີ 2018

(ພາບຈາກຄະນະຈັດຕັ້ງ)

ຕອນເຊົ້າວັນທີ 13 ພຶດສະພາ, ຢູ່ນະຄອນ ດ່ານັ່ງ ໄດ້ໄຂການແຂ່ງຂັນກິລາ Ironman 70.3 ປີ 2018. ເຫດການປີນີ້ໄດ້ດຶງດູດນັກກິລາບັນລຸສະຖິຕິດ້ວຍຈຳນວນກ່ວາ 1.600 ຄົນ ທີ່ມາຈາກ 56 ປະເທດ, ເຂດແຄ້ວນ; ໃນນັ້ນມີນັກກິລາ ຫວຽດນາມ 620 ຄົນເຂົ້າຮ່ວມ, ນີ້ແມ່ນຕົວເລກສະຖິຕິນັບແຕ່ກ່ອນມາ. ດ້ວຍສານທີ່ວ່າ “ພ້ອມກັນບືນຕົວຂຶ້ນໃນແຕ່ລະວັນ”, ເຫດການ Ironman 70.3 ແມ່ນປະເພດກິລາທີ່ນຳປະຊາຊົນໃນ 5 ທະວີບຫຍັບມໍ່ເຂົ້າກັນກ່ວາ.        

        ນີ້ແມ່ນປະເພດກິລາຍາກ, ບັນດານັກກິລາໄດ້ເຂົ້າຮ່ວມ 3 ປະເພດກິລານັ້ນແມ່ນ ລອຍນ້ຳ 1,9 ກມ, ຖີບລົດຖີບ 90 ກມ ແລະ ແລ່ນ 21 ກມ.

        ອ້າຍ ໂຕເຍີດຢູຍ, ນັກກິລາເຂົ້າຮ່ວມການແຂ່ງຂັນຊາວນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທີ 2 ອ້າຍເຂົ້າຮ່ວມການແຂ່ງຂັນນີ້ ແລະ ເຫັນວ່າມັນດີຫຼາຍຍ້ອນຊອກຫາໄດ້ບັນດາເພື່ອນມິດຜູ້ມີຄວາມເມົາມົວກັບກິລາຄືຕົນເອງ.

ຕອບກັບ

ຂ່າວ/ບົດ​ອື່ນ