ການ​ແຂ​່ງ​ຂັນເສບ​ເຄື່ອງ​ດົນ​ຕີ​ດ່ຽວ ແລະ ປະ​ສານ​ສຽງ​ຂອງ​ບັນ​ດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ

(VOVWORLD) - ງານແຂ່ງຂັນມີການເຂົ້າຮ່ວມຂອງນັກສິລະປິນ 650 ຄົນຂຶ້ນກັບຄະນະສິລະປະ 35 ຄະນະໃນທົ່ວປະເທດ. ງານແຂ່ງຂັນແມ່ນການເຄື່ອນໄຫວດ້ານອາຊີບເພື່ອແນໃສ່ເຊີດຊູ, ໂຄສະນາ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າຂອງດົນຕີພື້ນເມືອງຫວຽດນາມ.
ການ​ແຂ​່ງ​ຂັນເສບ​ເຄື່ອງ​ດົນ​ຕີ​ດ່ຽວ ແລະ ປະ​ສານ​ສຽງ​ຂອງ​ບັນ​ດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ - ảnh 1ພິທີໄຂ ການແຂ່ງຂັນເສບເຄື່ອງດົນຕີດ່ຽວ ແລະ ປະສານສຽງຂອງບັນດາເຜົ່າໃນທົ່ວປະເທດ 

ຕອນບ່າຍວັນທີ 18 ກັນຍາ, ຢູ່ສູນວັດທະນະທຳແຂວງ ດັກລັກ, ກົມ ສິລະປະການສະແດງໄດ້ສົມທົບກັນພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງດັກລັກ ເປັນງານແຂ່ງຂັນການແຂ່ງຂັນເສບເຄື່ອງດົນຕີດ່ຽວ ແລະ ປະສານສຽງຂອງບັນດາເຜົ່າໃນທົ່ວປະເທດປີ 2020 ໂດຍກຳນົດເອົາແຂວງຢູ່ດັກລັກເປັນສະຖານທີ່ເຊື່ອມຕໍ່. ງານແຂ່ງຂັນມີການເຂົ້າຮ່ວມຂອງນັກສິລະປິນ 650 ຄົນຂຶ້ນກັບຄະນະສິລະປະ 35 ຄະນະໃນທົ່ວປະເທດ. ງານແຂ່ງຂັນແມ່ນການເຄື່ອນໄຫວດ້ານອາຊີບເພື່ອແນໃສ່ເຊີດຊູ, ໂຄສະນາ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າຂອງດົນຕີພື້ນເມືອງຫວຽດນາມ.

        ຍ້ອນຜົນກະທົບຈາກໂລກລະບາດ Covid – 19, ດັ່ງນັ້ນ ຄະນະຈັດຕັ້ງຈຶ່ງຕັດສິນຈັດຕັ້ງການເຊື່ອມຕໍ່ແຂ່ງຂັນຢູ່ 5 ສະຖານທີ່ນັ້ນແມ່ນ ດັກລັກ, ແທັງຮ໊ວາ, ວິງຟຸກ, ນະຄອນໂຮ່ຈີມິນ ແລະ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ