ການແລກປ່ຽນ ຄ້າຂາຍ, ການ ທ່ອງທ່ຽວຢູ່ເຂດ ຊາຍແດນລະຫວ່າງ ຫວຽດນາມ - ຈີນ ຍັງດຳເນີນໄປ ຢ່າງຟົດຟື້ນ

ການແລກປ່ຽນ ຄ້າຂາຍ, ການ ທ່ອງທ່ຽວຢູ່ເຂດ ຊາຍແດນລະຫວ່າງ ຫວຽດນາມ - ຈີນ ຍັງດຳເນີນໄປ ຢ່າງຟົດຟື້ນ - ảnh 1
(​ດ່ານຊາຍ​ແດນ​ລະຫວ່າງຫວຽດນາມ - ຈີນໃນ​ຊຸມ​ມື​ຜ່ານ​ມາ​ຍັງ​ດຳ​ເນີນ​ໄປ​​ເປັນ​ປົກກະຕິ)


(vovworld) – ຕໍ່​ໜ້າ​ຂ່າວ​ອັດ​ປະຕູ​ການ​ເຄື່ອນ​ໄຫວ​ດ່ານ​ຊາຍ​ແດນ​ລະຫວ່າງ​ຫວຽດນາມ - ຈີນ, ບັນດາ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ແຂວງ​ກວາງ​ນິງ ​ໄດ້​​ໄປ​ເຖິງ​ບັນດາ​ດ່ານ​ຊາຍ​ແດນ​ຄື: ​ແຮ່ວງ​ໂມ, ບັ໋ກຟອງ​ຊິງ, ບັ໋ກລວນ, ລຸກ​ເລີ່​ມ, ລຸກຈັ໋ນ… ​ເຊິ່ງ​ນອນ​ໃນ​ເຂດ​ຊາຍ​ແດນ​ຂຶ້ນ​ກັບ​ແຂວງ​ກວາງ​ນິງ ​ເພື່ອ​ຊອກ​ຮູ້. ບັນ​ຍາ​ກາດ ​ແລະ ຊີວິດ​ການ​ເປັນ​ຢູ່ ຢູ່​ເຂດຊາຍ​ແດນ​ໃນ​ຊຸມ​ມື້​ຜ່ານ​ມາ​ຍັງ​ດຳ​ເນີນ​ໄປ​​ເປັນ​ປົກກະຕິ.

        ຢູ່​ດ່ານ​ຊາຍ​ແດນ ​ແຮ່ວງ​ໂມ, ​ເມືອງ​ບິ່ງ​ລຽວ, ​ແຂວງ​ກວາງ​ນິງ, ​ສະ​ເພາະ​ໃນ​ຕອນ​ເຊົ້າ​ວັນ​ທີ 21/05, ມີ​ລົດຄອນ​ແຕນ​ເນີ 15 ຄັນ​ຂົນ​ສົ່ງ​ສິນຄ້າ​​ເຄື່ອງ​ຂອງ, ດ້ວຍ​ບັນດາ​ຜະລິດ​ຕະພັນ​ຕົ້ນ​ຕໍ່​ແມ່ນຜະລິດ​ຕະພັນ​ກະສິກຳ ​ແລະ ຕົນ​ໄມ້​ອຸດສາຫະກຳ. ທ່ານ​ເລ​ແທ່ງ​ຮຶງ, ຫົວໜ້າ​ກອງ​ຮັບຜິດຊອບ​ດ້ານລະບຽບ​ການ​ສົ່ງ​ອອກ, ນຳ​ເຂົ້າ​ສິນຄ້າ, ກົມ​ພາສີ​ແຮ່​ວງ​ໂມ, ​ເມືອງ​ບິ່ງ​ລຽວ ​ໃຫ້​ຮູ້​ວ່າ.

        “​ໃນ​ຊຸມ​ມື້​ຜ່ານ​ມາ, ການ​ສົ່ງ​ອອກ, ນຳ​ເຂົ້າ​ຜ່ານ​ດ່ານ​ຊາຍ​ແດນ ​ແຮ່​ວງ​ໂມ ​ແລະ ດົງ​ຈຸ​ງ ຝ່າຍ​ຈີນ ຍັງ​ດຳ​ເນີນ​ໄປ​ເປັນ​ປົກກະຕິ. ສິນຄ້າ​ສົ່ງ​ອອກຍັງ​ແມ່ນ​​ເຄື່ອງແຊ່​ເຢັນ, ສ່ວນ​ນຳ​ເຂົ້າ​ແມ່ນ​ບັນດາ​ຜະລິດ​ຕະພັນ​ນຳ​ໃຊ້​ປະຈຳ​ວັນ. ພໍ່​ແມ່​ປະຊາຊົນ 2 ປະ​ເທດ​ຍັງ​ໄປ​ມາ​ຜ່ານດ່ານ​ຊາຍ​ແດນ​ເພື່ອ​ທຳ​ການ​ຄ້າ​ຂາຍ​ເປັນ​ປົກກະຕິ”.

        ສ່ວນ​ດ່ານຊາຍ​ແດນ ບັ໋ກຟອງ​ຊິງ - ລິ໋ຫວາ ​ໃນ​ຊຸມ​ມື້​ຜ່ານ​ມາ, ການ​ແລກປ່ຽນ​ຄ້າຂາຍ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ. ຕາມ​ບົດ​ລາຍ​ງານ​ຂອງ​ກົມ​ພາສີບັ໋ກຟອງ​ຊິງ ​ແລ້ວ, ​ໃນ 20 ມື​ຕົ້ນ​ເດືອນ 05 ນີ້, ຍອດ​ມຸນ​ຄ່າ​ໄດ້​ຈາກ​ການ​ເກັບ​ພາສີ​ຜ່ານ​ດ່ານ​ຊາຍ​ແດນ​ບັນລຸ 6,24 ຕື້​ດົງ, ​ເພີ່ມ​ຂຶ້ນ 147% ​ເມື່ອ​ທຽບ​ໃສ່​ເດືອນ 04/2014​.

        ບໍ່​ພຽງ​ແຕ່​ດ້ານ​ການ​ຄ້າ, ບັນດາ​ຂະ​ແໜງ​ທ່​ອງທ່ຽວ, ການ​ບໍລິການ, ການ​ຜະລິດ​ຍັງ​ດຳ​ເນີນ​ໄປ​ເປັນ​ປົກກະຕິ.  ​ແຂກ​ທ່ອງ​ທ່ຽວ​ຈາກ​ຈີນ ມາ ມ໋ອງກ໋າຍ ຍັງ​​ຄື​ເກົ່າ ດ້ວຍ​ຈຳນວນ​ເກື​ອບ 200 ຄົນ​ໃນ​ແຕ່​ລະ​ມື້ ​ແລະ ຈັດ​ຕັ້ງ​ບັນດາ​ລາຍການ​ທ່ອ​ງທ່ຽວ​ຢ້ຽມຢາມ​ອ່າວ​ຫ້າ​ລອງ. ທ່ານ​ຫງວຽນ​ຮົ່ງ​ເຊີນ, ຮອງ​ຜູ້ອຳນວຍການ​ໃຫຍ່​ໂຮງ​ແຮມ​ສາກົນ ​ເລີ້ຍລາຍ ​ໃຫ້​ຮູ້​ວ່າ.

        “ນັບ​ແຕ່​ຕົ້ນ​ເດືອນ 05 ມາ​ຮອດ​ປະຈຸ​ບັນ, ​ແຂກ​ທ່​ອງທ່ຽວ​ມາພັກ​ເຊົ່າ​ໂຮງ​ແຮມ​ຍັງ​ມີ​ຢູ່ສະເໝີ, ປະມານ 3000 ຄົນ/​ເດືອນ. ​ແຂກ​ທ່ອງ​ທ່ຽວ​ມາ​ເຊົ້າ​ໂຮງ​ແຮມ​ສ່ວນ​ຫຼາຍມາ​ຈາກ​ຈີນ ​ໄດ້​ກວມ​ເອົາ 70%. ຄາດ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ ພວກ​ຂ້າພະ​ເຈົ້າ​ຈະ​ຂະຫຍາຍຫ້ອງ​ພັກ​ເຕີ​ມອີກ 100 ຫ້ອງ ​ເພື່ອ​ຮັບ​ໃຊ້​ແຂກ​ທ່ອ​ງທ່ຽວ”.

        ຕາມ​ແຫຼ່ງຂ່າວ​ຈາກ​ກົມ​ພາສີ​ດ່ານ​ຊາຍ​ແດນ ລາວ​ກາຍ, ວົງ​ເງິນ​ສົ່ງ​ອອກ, ນຳ​ເຂົ້າ​ໃນ 5 ​ເດືອນ​ຕົ້ນ​ປີ​ບັນລຸ 219 ລ້ານ USD, ​ເພີ່ມ​ຂຶ້ນ 59% ​​ເມື່ອທຽບ​ໃສ່​ໄລ​ຍະ​ດ່ຽວ​ກັນ​ຂອງ​ປີ 2013.

ຂ່າວ/ບົດ​ອື່ນ