ການແລກປ່ຽນການຄ້າລະຫວ່າງຫວຽດນາມ - Brazil ເພີ່ມຂຶ້ນສູງໃນປີ 2011

(vov5.vn) ຕາມ​ກະຊວງ​ພັດທະນາ, ອຸດສາຫະກຳ ​ແລະ ການ​ຄ້າ​ຕ່າງປະ​ເທດ Brazil ​ແລ້ວ, ການ​ແລກປ່ຽນ​ການ​ຄ້າ​ລະ​ຫວ່າງ ຫວຽດນາມ - Brazil ​ໃນ​ປີ 2011 ບັນລຸ​ກ່ວາ 1,4 ລ້ານ USD, ​ເພີ່​ມຂຶ້ນ​ກ່ວາ 53% ​ເມື່ອ​ທຽບ​ກັບ​ປີ 2010. ນີ້​ແມ່ນ​ຄັ້ງ​ທຳ​ອິດທີ່​ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະຫວ່າງ 2 ປະ​ເທດ​ລື່ນກາຍລະດັບ 1 ຕື້ USD. ​ໃນ​ປີ 2011, Brazil ສົ່ງ​ອອກ ​ໄປຍັງຕະຫຼາດຫວຽດນາມ​ດ້ວຍຈຳນວນ​ສິນ​ຄ້າທີ່ມີ​ມູນ​ຄ່າ 794 ລ້ານ USD ແລະ ​ນຳ​ເຂົ້າ​ຈາກ​ຫວຽດນາມ​ດ້ວຍຈຳ​ນວນ​ສິນຄ້າ​ມີ​ມູນ​ຄ່າ​ເກືອບ 647 ລ້ານ USD.

ຂ່າວ/ບົດ​ອື່ນ