ການແລກ​ປ່ຽນ​ຈົດ​ໝາຍ​ຊົມ​ເຊີຍ​ລະ​ຫວ່າງ​ການ​ນຳ ຫວຽນາມ-ລັດ​ເຊຍ

(VOVWORLD) - ການນຳ ລັດເຊຍ ໄດ້ຢືນຢັນວ່າ ດ້ວຍບັນດາຄວາມມານະພະຍາຍາມລວມຂອງສອງປະເທດ, ການພົວພັນຍຸດທະສາດຮອບດ້ານລະຫວ່າງ ຫວຽນາມ-ລັດເຊຍ ຈະພັດທະນາຢ່າງບໍ່ຢຸດຢັ້ງ.

   ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ສສ.ຫວຽດນາມ-ສະຫະພັນ ລັດເຊຍ (30/1/1950 – 30/1/2025) ທ່ານເລຂາທິການໃຫ່ຍ  ໂຕເລິມ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ແລກປ່ຽນຈົດໝາຍຊົມເຊີຍກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin, ທ່ານນາຍົດລັດຖະມົນຕີ ຟ້າມມິນຈິງ ໄດ້ແລກປ່ຽນຈົດໝາຍຊົມເຊີຍກັບທ່ານນາຍົກລັກຖະມົນຕີ ລັດເຊຍ Mikhail Mishustin.

  ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ແລກປ່ຽນຈົດໝາຍຊົມເຊີຍກັບທ່ານປະທານສະພາສະຫະພັນສະພາແຫ່ງຊາດ ລັດເຊຍ Valentina Matvienko ແລະ ທ່ານປະທານດູມາແຫ່ງຊາດ ລັດເຊຍ Vyacheslav Volodin.

ໃນຈົດໝາຍຊົມເຊີຍ, ການນຳ ຫວຽດນາມ ຢືນຢັນວ່າ ອາລົມຈິດຄວາມຮັກແຮງ, ຄວາມສະໜິດຕິດພັນ, ຄວາມສາມັກຄີຂອງຫຼາຍລຸ້ນການນຳ ແລະ ປຊຊ ສອງປະເທດ ແມ່ນສັບສົມບັດອັນລ້ຳຄ່າ ຊື່ງສອງຝ່າຍມີຄວາມຮັບຜິດຊອບຮັກສາ, ເສີມຂະຫຍາຍ, ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽນາມ-ລັດເຊຍ ເຂົ້າສູ່ລວງເລິກ ແລະ ບັນລຸປະສິດທິຜົນ.

 ສ່ວນການນຳ ລັດເຊຍ ໄດ້ຢືນຢັນວ່າ ດ້ວຍບັນດາຄວາມມານະພະຍາຍາມລວມຂອງສອງປະເທດ, ການພົວພັນຍຸດທະສາດຮອບດ້ານລະຫວ່າງ ຫວຽນາມ-ລັດເຊຍ ຈະພັດທະນາຢ່າງບໍ່ຢຸດຢັ້ງ,  ຕອບສະໜອງບັນດາຜົນປະໂຫຍດພື້ນຖານຂອງທັງສອງຊາດ, ສອດຄ່ອງກັບການເພີ່ມທະວີຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ພາກພື້ນ ອາຊີ-ປາຊີຟິກ.

 

ຕອບກັບ

ຂ່າວ/ບົດ​ອື່ນ