ການແລກປ່ຽນວັດທະນະທຳສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ໄທຄົບຮອບ40ປີ

ການແລກປ່ຽນວັດທະນະທຳສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ໄທຄົບຮອບ40ປີ - ảnh 1

(vovworld) – ​​ໃນ​ວັນ​ທີ 19/8, ຢູ່​ນະ​ຄອນ​ຫວຸ່ງ​ເຕົ່າ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ແຂວງ​ບ່າເຣ້ຍ-ຫວຸ່ງ​ເຕົ່າ ຈັດ​ຕັ້ງ​ການ​ແລກ​ປ່ຽນ​ດ້ານວັດ​ທະ​ນະ​ທຳ ຫວຽດ​ນາມ-ໄທ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ສອງ​ປະ​ເທດ ຫວຽດ ນາມ-ໄທ ຄົບ​ຮອບ 40 ປີ. ກ່າວຄວາມ​ເຫັນ ​ທີ່​ການ​ແລກ​ປ່ຽນ, ທ່ານ ນາງ Ureerat Ratanaprukse, ຫົວ​ໜ້າ​ກົງ​ໃຫຍ່ສູນ​ລາ​ຊະ​ອາ​ນາ​ຈັກ​ໄທ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ ຊີ້​ແຈ້ງ​ວ່າ: ບ່າເຣ້ຍ-ຫວຸ່ງ​ເຕົ່າ ເປັນ​ແຂວງ, ນ​ະ​ຄອນ ມີ​​​ຜົນ​ກະ​ທົບທີ່​ສຳ​ຄັນ ເຖິງ​ການ​ພົວ​ພັນ ລະ​ຫວ່າງ ໄທ ແລະ ຫວຽດ​ນາມ  ໃນ​ບັນ​ດາ​ດ້ານ​ເສດ​ຖະ​ກິດ ແລະ ສັງ​ຄົມ. ປັດ​ຈຸ​ບັນ ໄທ ມີ​ຈຳ​ນ​ວນ​ນັກ​ລົງ​ທຶນ ​ຢືນ​ອັນ​ດັບ 3​ ໃນ​ຍອດ​ຈຳ​ນວນ ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ຢູ່​ແຂວງບ່າເຣ້ຍ-ຫວຸ່ງ​ເຕົ່າ. ທ່ານ ນາງ Ureerat Ratanaprukse ເຊື່ອ​ໝັ້ນ​ວ່າ​: ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ໄທ ກັບ ຫວຽດ​ນາມ ແລະ ແຂວງບ່າເຣ້ຍ-ຫວຸ່ງ​ເຕົ່າ ຈະ​ນັບ​ມື້​ນັບ​ພັດ​ທະ​ນາ, ດີ​ງາມກວ່າ.

        ທີ່​ການ​ແລກ​ປ່ຽນ​ ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ ​ດ້ານ​ວັດ​ທະ​ນະ​ທຳຫຼາຍ​ຢ່າງ ​ເຊິ່ງ​ເຂັ້ມ​ຂົ້ນ​ໄປ​ດ້ວຍລັກ​ສະ​ນະ​ມູນ​ເຊື້ອ​ບັ​ນ​ດາ​ເຂດ​​ແຄວ້ນ​ຂອງ​ໄທ ແລະ ຂອງແຂວງບ່າເຣ້ຍ-ຫວຸ່ງ​ເຕົ່າ ເຊັ່ນ: ບັນ​ດາ​ບົດ​ເພງ​​ວາດຟ້ອນພື້ນ​ເມືອງ, ອາ​ຫານການ​ກິນ, ​ຊຸດ​ອາ​ພອນ​ປະ​ຈຳ​​ຊາດ, ມອບ​ສິ່ງ​ຂອງ​ທ້ອງ​ຖິ່ນ​ເປັນ​ຂອງ​ຂວັນ.


ຂ່າວ/ບົດ​ອື່ນ