ການແຫ່ ຂະບວນປະທ້ວງຢູ່ ເກຼັກ ກາຍເປັນການຈະລາຈົນ

ການແຫ່ ຂະບວນປະທ້ວງຢູ່ ເກຼັກ ກາຍເປັນການຈະລາຈົນ - ảnh 1
ສະພາບການຈະລາຈົນ ຢູ່ ເກຼັກ
ພາບ: internet

(vovworld) - ວັນ​ທີ 26/9, ການ​ຢຸດ​ງານ​ຄັ້ງ​ໃຫຍ່​ເພື່ອ​ຄັດຄ້ານ​ບັນດາ​ມາດ​ຕະການ​ຫລຸດຜ່ອນ​ລາຍ​ຈ່າຍ​ຂອງ​ລັດຖະບານ ​ເກຼັກ ​ໄດ້​ກາຍ​ເປັນ​ການ​ຈະລາຈົນ ພາຍຫລັງ​ກຸ່ມ​ຄົນ​ແຫ່​ຂະ​ບວນ​ໄດ້​​ແກ່ວ​ງຫີນ, ລະ​ເບີດ​ນ້ຳມັນ ໃສ່​ຕະຫລວດ​ຢູ່​ສະຫນາມ​ຫລວງ​ຕໍ່ຫນ້າ​ສຳ​ນັກ​ງານ​ສະພາ​ແຫ່ງ​ຊາດ ຢູ່ ນະຄອນຫລວງ Athens. ຕຳຫລວດຈະ​ຕ້ອງ​ນຳ​ໃຊ້​ແກັສນ້ຳຕາແລະ ລົດສີດ​ນ້ຳ​ເພື່ອສະຫລາຍ​ກຸ່ມ​ຄົນ​ທີ່ແຫ່​ຂະ​ບວນ. ປະຈຸ​ບັນ ມີ 100 ຄົນ​ຖືກ​ຈັບ​ຄຸ້ມ​ຂັງ ​ແລະ ມີ​ຕຳຫລວດ​ຢ່າງ​ຫນ ອ້ຍສຸດ 5 ຄົນ​ຖືກ​ບາດ​ເຈັບ. ມີ​ 50.000 ຄົນ​​ໄດ້​ ​ແຫ່​ຂະ​ບວນປະ​ທ້ວງ​ຜ່ານ​ບໍລິ​ເວນ​ສຳ​ນັກ​ງານ​ສະພາ​ແຫ່ງ​ຊາດ, ຮ້ອງ​ໂຮຄຳ​ຂວັນ​ຄັດຄ້ານ​​ເລື່ອງ Athens ຕ້ອງ​ຍອມຮັບ​ບັນດາ​ເງື່ອນ​ໄຂ​ຫລຸດຜ່ອນ​ລາຍ​ຈ່າຍ​ເພ່ືອ​ຮັບ​ບ້ວງ​ເງິນ​ຫນູນ​ຊ່ວຍ​ໃຫມ່​ຂອງ​ສາ​ກົນ​, ຄັດຄ້ານ​ສະຫະພາບ​ເອີ​ລົບ ​ແລະ ກອງ​ທຶນ​ເງິນຕາ​ສາກົນ IMF. ນີ້​ແມ່ນ​ການ​ກະທຳ​ຄັດຄ້ານ​ທີ່​ມີ​ຂອບ​ຂະຫນາດ​ໃຫຍ່​ຄັ້ງ​ທຳ​ອິດຢູ່ ​ເກຼັກ ນັບ​ແຕ່​ເມື່ອ​ລັດຖະບານ​ໃຫມ່​ຂອງ​ປະ​ເທດ​ນີ້​ໄດ້​ຮັບ​ການ​ສ້າງ​ຕັ້ງ​ກ່ອນ​ນີ້ 3 ​ເດືອນ. ການຄົມມະ​ນາ​ຄົມ​ທາງບົກ ​ແລະ ທາງ​ລົດ​ໄຟ​ຖືກ​ຢຸດຕິ, ຖ້ຽວ​ບິນ​ນັບ​ສີ​ບຖ້ຽວ​ຖືກ​ຍົກ​ເລິກ, ການ​ຮັກສາຄວາມ​ໝັ້ນຄົງ​ຢູ່ ນະຄອນ ຫລວງ Athena ​ໄດ້​ຮັບ​ການ​ເພີ່ມ​ທະວີ.

 

 

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ