ການແຫ່ຂະບວນ ປະທ້ວງຂະໜາດໃຫ່ຍ ຢູ່ຢູແກຼນ


 ການແຫ່ຂະບວນ ປະທ້ວງຂະໜາດໃຫ່ຍ ຢູ່ຢູແກຼນ - ảnh 1

(ພາບ: AP)

 (vovworld)- ວັນທີ 9/2,  ​ ຄາດວ່າ, ມີຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງຜູ້ ສະຫນັບສະໜູນຝ່າຍຄ້ານປະມານ 70.000 ຄົນ​ໄດ້​ຫຼັ່ງ​ໄລ​ເຂົ້າມາສະ​ໜາມ​ຫຼວງ​ເອກະລາດ ຢູ່​ໃຈກາງ​ນະ​ຄອງ​ຫຼວງ​ ກີ​ແອບ ຂອງ​ຢູ​ແກຼນ ​ເພື່ອ​ຄັດຄ້ານ​ປະທານາທິບໍດີ Viktor Yanukovych ​ໃນ​ສະພາບ​ການ​ທີ່​ວິ​ກິດ​ການ​ການ​ເມືອງ​ຢູ່​ປະ​ເທດ​ນີ້​ຍັງ​ບໍ່​ທັນ​ມີ​ສັນຍານ​ຢຸດຕິ​ລົງ. ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ກໍ່​ກຳລັງ​ດັນ​ທວງໃຫ້​ປະທານາທິບໍ​ດີ​ແຕ່ງຕັ້ງລັດຖະບານ​ໃໝ່​ນິຍົມ​ຝ່າຍ​ຕາ​ເວັນ​ຕົກ. ຈຳນວນ​ຜູ້​ເຂົ້າຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ເທົ່າ​ກັນ​ອາທິດ​ກ່ອນ ​ແຕ່​ກໍ່​ຫລຸດ​ລົງ​ຫຼາຍ​ພໍ​ສົມຄວນ ​ເມື່ອ​ທຽບກັບ​ຈຸດ​ເວລາ​ທ້າຍ​ເດືອນ 1/2014 ຜ່ານ​ມາ. ປະ​ເທດ​ຢູ​ແກຼນ ຕົກ​ເຂົ້າສູ່​ສະພາບ​ຂາດ​ສະຖຽນ​ລະ​ພາບ​ຍ້ອນ​ກະ​ແສ​ຟອງ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ນັບ​ແຕ່​ເດືອນ 11/2013 ຂະນະ​ທີ່ປະທານາທິບໍດີ Viktor Yanukovych ປະຕິ​ເສດ​ເຊັນ​ສົນທິສັນຍາ​ຮ່ວມ​ມື​ດ້ານ​ການ​ເມືອງ ​ແລະ ການ​ຄ້າ​ປະຫວັດສາດ​ກັບ​ອີ​ຢູ, ອັນ​ໄດ້​ກໍ່​ຄວາມ​ບໍ່ພໍ​ໃຈ​ໃນ​ຝ່າຍ​ຄ້ານ​ນິຍົມ​ອີ​ຢູ ​ແລະ ກໍ່​ໃຫ້​ເກີດ​ການ​ແຫ່​ຂະ​ບວນປະ​ທ້​ວງຈະລາຈົນຄັ້ງຕ່າງໆ ​ແລະ ​ເຮັດ​ໃຫ້​ລັດຖະບານ​ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ./.

ຂ່າວ/ບົດ​ອື່ນ