ການແຫ່ຂະບວນ ລັດຖະປະຫານແມ່ນ ການກໍ່ການຮ້າຍ ຢູ່ອີຍີບ ຖືກປະລາໄຊ

ການແຫ່ຂະບວນ ລັດຖະປະຫານແມ່ນ ການກໍ່ການຮ້າຍ ຢູ່ອີຍີບ ຖືກປະລາໄຊ - ảnh 1
(ພາບປະກອບ)

(vovworld) - ຕາມ​ການ​ຄາດ​ຄະ​ເນ​ຂອງ​ວົງ​ການ​ນັກ​ສັງ​ເກ​ດການ, ອົງການ​ອ້າ​ຍນ້ອງ​ຊາວ​ມຸດ​ສະ​ລິ​ມ ​ແລະ ສຳພັນ​ທະ​ມິດ​ບັນດາ​ປະ​ເທດ​ສະໜັບສະໜູນຄວາມຖືກ​ຕ້ອງຕາມ​ກົດໝາຍຢູ່​ອີ​ຍີບ, ບໍ່​ສາມາດ​ປຸກລະດົມ​ການ​ແຫ່​ຂະ​ບວນດ້ວຍ​ຜູ້​ເຂົ້າ​ຮ່ວມ​ນັບ​ລ້ານ​ຄົນ ​ເພື່ອ​ແນ​ໃສ່​ຄັດ​ຄ້ານລັດຖະບານ​ໃໝ່​ໃນ​ວັນ​ທີ 03 ກັນຍາ, ​ເຊິ່ງ​ແມ່ນ​ວັນ​ສະ​ເຫຼີ​ມສະຫຼອງ 2 ​ເດືອນ​ແຫ່ງ​ເຫດການ​ກອງທັບ​ອີ​ຍີບ ປົດ​ຕຳ​ແໜ່​ງປະທານາທິບໍດີ Mohamed Morsi ​ໄດ້. ບັນດາ​ການ​ແຫ່ງ​ຂະ​ບວນ​ໃນ​ວັນ​ທີ 03 ກັນຍາ ມີຜູ້​ເຂົ້າ​ຮ່ວມ​ປະມານ 2 – 3 ​ແສນ​ຄົນ​​ເທົ່າ​ນັ້ນ ​ແລະ ບໍ່​ເກີດ​ຂຶ້ນ​ຢູ່​ທຸກ​ແຂວງ, ​ນະຄອນ​ຂອງ​ອີ​ຍີບ ຕາມ​ແຜນການ​ຂອງ​ອົງການ​ອ້າ​ຍນ້ອງ​ຊາວ​ມຸດ​ສະ​ລິ​ມ ​ແລະ ສຳພັນ​ທະ​ມິດ​ບັນດາ​ປະ​ເທດ​ສະໜັບສະໜູນຄວາມຖືກຕ້ອງ​ຕາມ​ກົດໝາຍ. ຢູ່​ນະຄອນຫຼວງ ກາຍ​ໂຣ, ​ການ​ແຫ່​ຂະ​ບວນຂະໜາດ​ນ້ອຍ ​​ໄດ້​ດຳ​ເນີນ​ໄປ​ຢູ່​ບາງ​ເມືອງ​ທີ່ຫ່າງ​ຈາກ​ໃຈກາງ​ນະຄອນຫຼວງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ 2 – 3 ຮ້ອຍ​ຄົນ ຫຼັງ​ຈາກ​ນັ້ນ​ພຽງ 2 – 3 ຊົ່ງ​ໂມງກໍ່ຖືກຍຸບ​ເລີກ​​. ​​ເຫດການ​ທີ່​ຄ້າຍຄື​ກັນກໍ່​ເກີດຂຶ້ນຢູ່ຫຼາຍ​ທ້ອງ​ຖິ່ນ ​ແຕ່ບໍ່​ຕ້ອງການ​​ເຂົ້າ​ຮ່ວມ​ຂອງບັນດາ​ກຳລັງ​ປ້ອງ​ກັນ​ກໍ່​ຖືກ​ຍຸບ​ເລີກ​ຢ່າງ​ໄວວາ.

        ວົງ​ການ​ນັກ​ໄຈ້​ແຍກ​ຕີ​ລາຄາ​ວ່າ, ​ການ​ແຫ່ຂະ​ບວນປະ​ທ້ວງ​ດ້ວຍ​ຊື່ວ່າ “​ລັດຖະປະຫານ​ແມ່ນການ​ກໍ່​ການ​ຮ້າຍ” ຖືກ​ປະລາ​ໄຊອີກ​ຄັ້ງ​ໜຶ່ງໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ສະ​ລິມຕ້ານ​ອຳນາດ​ການ​ປົກຄອງ​ໃໝ່​ຢູ່​ອີ​ຍີບ ນັບ​ມື​້ນັບ​ຕົກ​ຢູ່​ໂດດ​ດຽວ​ໃນ​ສັງຄົມ​ຂອງ​ປະ​ເທດ​ນີ້. ການ​​ຄັດຄ້ານ​ນີ້​ບໍ່​ສາມາດ​ດຶງ​ດູດຄວາມ​ສົນ​ໃຈ​ຈາກ​ຫ່າງ​ສຽງ ​ແລະ ການ​ສະໜັບສະໜູນ​ຂອງປະຊາ​ຊົນ​ເປັນ​ຈຳນວນ​ຫຼາຍ​​ໃນ​ປະ​ເທດ​ນີ້ອີກ​​.
ຂ່າວ/ບົດ​ອື່ນ