ການແຫ່ຂະບວນ ສະໜູນການສູ້ຮົບຕ້ານ ລັດອິດສະລາມ IS ຢູ່ຊີຣີ

ການແຫ່ຂະບວນ ສະໜູນການສູ້ຮົບຕ້ານ ລັດອິດສະລາມ IS ຢູ່ຊີຣີ    - ảnh 1
ເທດ​ສະ​ບານ​ເມືອງ Kobane ພາຍຫຼັງ​ເກີດ​ເຫດ​ວາງ​ລະ​ເບີດ

(vovworld)- ວັນ​ທີ 1/11 ຊາວ​ເຄີດ​ນັບ​ໝື່ນ​ຄົນ​ຢູ່​ຕວກ​ກີ ໄດ້​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນ​ຢູ່ບັ​ນ​ດານະ​ຄອນ ແນ​ໃສ່​ສະ​ແດງ​ຄວາມ​ສາ​ມັກ​ຄີ​ກັບ​ກຳ​ລັງ​ປ້ອງ​ກັນ​ຕົວ​ຊາວ​ເຄີດ​ຢູ່​ຊີ​ຣີ​ຊຶ່ງ​ພວມ​ທຳ​ການ​ສູ້​ຮົບ​ເພື່ອ​ປ້ອງ​ກັນ​ເທດ​ສະ​ບານ​ເມືອງ Kobane ຕິດ​ກັບ​ຊາຍ​ແດນຊີ​ຣີ-ຕວກ​ກີ ຕໍ່​ໜ້າ​ການ​ບຸກ​ໂຈມ​ຕີ​ຂອງ​ບັນ​ດາ​ມື​ປືນ​ລັດ​ອິດ​ສະ​ລາມ IS ໂດຍ​ຂະ​ໜານ​ນາມ​ເອງ. ບັນ​ດາ​ຜູ້​ແຫ່​ຂະ​ບວນ​ໄດ້​ຮ້ອງ​ຄຳ​ຂວັນ​ສະ​ໜັບ​ສະ​ໜູນ​ການ​ສູ້​ຮົບ​ຕ້ານ ລັດ​ອິດ​ສະ​ລາມ IS ໂດຍ​ຂະ​ໜານ​ນາມ​ເອງ ຢູ່ Kobane . ໃນ​ຂະ​ນະ​ນັ້ນ, ບັນ​ດາ​ປະ​ຊາ​ຄົມ​ຊາວ​ເຄີດ ກໍ​ໄດ້​ຈັດ​ຕັ້ງ​ບັນ​ດາ​ການ​ແຫ່​ຂະ​ບວນ​ທີ່​ມີ​ຂອບ​ຂະ​ໜາດ​ນ້ອຍ​ຢູ່​ບາງ​ນະ​ຄອນ​ໃນ​ເອີ​ລົບ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕວກ​ກີ Ahmet Davutoglu ຢືນ​ຢັນ​ວ​່າ ລັດ​ຖະ​ບານ​ສະ​ໜັບ​ສະ​ໜູນ​ສິດ​ໄດ້​ດຳ​ເນີນແຫ່ຂະ​ບວນ​ປະ​ທ້ວງ​ຂອງ​ປະ​ຊາ​ຊົນ, ແຕ່​ທ່ານ​ກ່າວ​ເຕືອນ​ຈະ​ມີ​ມາດ​ຕະ​ການ​ແຂງ​ກະ​ດ້າງ​ຕ້ານ​ບັນ​ດາ​ບຸກ​ຄົນ​ທີ່​ມີ​ການ​ກະ​ທຳ​ໃຊ້​ຄວາມ​ຮຸນ​ແຮງ . 

ຂ່າວ/ບົດ​ອື່ນ