ການແຫ່ຂະບວນຂະໜາດໃຫຍ່ຢູ່ຝລັ່ງ ເພື່ອຄັດຄ້ານການກໍ່ການຮ້າຍ

ການແຫ່ຂະບວນຂະໜາດໃຫຍ່ຢູ່ຝລັ່ງ ເພື່ອຄັດຄ້ານການກໍ່ການຮ້າຍ - ảnh 1
ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ໄດ້​ຈັບ​ສໍ​ດຳ​ດ້ວຍ​ແຖວ​ໜັງ​ສື "ເສ​ລີ​ພາບ"
(ພາບ: baotintuc.vn)

(vovworld) - ວັນ​ທີ 10/1, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຝລັ່ງ Bernard Cazeneuve ​ໃຫ້​ຮູ້​ວ່າ, ມີ​ປະຊາຊົນ​ປະມານ 700.000 ຄົນ​ໄດ້​ລົງ​ຖະໜົນ​ສາຍ​ຕ່າງໆ​ຢູ່​ບັນດາ​ນະຄອນ​ໃຫຍ່​ໃນ​ທົ່ວ​ປະ​ເທດ​ຝລັ່ງ ​ເພື່ອ​ແຫ່​ຂະ​ບວນອາ​ໄລ​ຫາ​ຜູ້​ປະສົບ​ເຄາະ​ຮ້າຍ 17 ຄົນ ​ໃນ 3 ວັນ​ທີ່​ເກີດ​ການ​ກໍ່​ການ​ຮ້າຍ​ຢູ່​ນະຄອນຫຼວງປາ​ຣີ. ທ່ານ​ນາຍົກລັດຖະມົນຕີຝລັ່ງ Manuel Valls ກໍ່​ຮຽກຮ້ອງ​ດຳ​ເນີນ “ການ​ແຫ່​ຂະ​ບວນອາ​ໄລ​ຫາ“ ຂະໜາດ​ໃຫຍ່​ໃນ​ວັນ​ທີ 11/1, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 1 ລ້ານ​ກວ່າ​ຄົນ ​ແລະ ການ​ປະກອບສ່ວນ​ຂອງ​ການ​ນຳ​ນັບ​ສິບ​ທ່ານ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ.ທ່ານ​ນາຍົກລັດຖະມົນຕີ ຝລັ່ງ Manuel Valls ຖື​ວ່າ, ການ​ແຫ່​ຂະ​ບວນ​ແມ່ນ​ເຫດການ​ປະຫວັດສາດ, ສະ​ແດງ​ໃຫ້​ເຫັນ​ກຳລັງ​ແຮງ​ແຫ່ງ​ຄວາມ​ສາມັກຄີ​ຂອງ​ຊາວ​ຝລັ່ງ.


ຂ່າວ/ບົດ​ອື່ນ