ການແຫ່ຂະບວນຄັດຄ້ານນະໂຍ ບາຍຮັດເຂັມຄັດຢູ່ຝລັ່ງ ແລະ ເອີລົບ

ການແຫ່ຂະບວນຄັດຄ້ານນະໂຍ ບາຍຮັດເຂັມຄັດຢູ່ຝລັ່ງ ແລະ ເອີລົບ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 14/11, ບັນດາ​ອົງການ​ກຳມະບານ​ຂອງ​ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ (EU) ​ໄດ້​ຮຽກ​ຮ້ອງ​​ໃຫ້ປະຊາຊົນ​ລົງ​ຖະໜົນ​ເພື່ອ​ແຫ່​ຂະ​ບວນຄັດຄ້ານນະ​ໂຍບາຍຮັດ​ເຂັມຄັດ​ທີ່​ພວມ​ນຳ​​ໃຊ້​ຢູ່​ບັນດາ​ປະ​ເທດ​​ເອີ​ລົບ. ຢູ່​ຝລັ່ງ, ຄາດ​ວ່າ​ມີ​ການ​​ແຫ່​ຂະ​ບວນກວ່າ 130 ຄັ້ງ​ຖືກດຳ​ເນີນ​ໄປ​ຢູ່​ບັນດາ​ນະຄອນ​ໃຫຍ່​ຄື: ປາຣີ, Marseille, Lille, Lyon, Nice, Reines… ບັນດາ​ຜູ້​ແຫ່ຂະ​ບວນປະ​ທ້ວງ ​ໄດ້​ນຳ​ເອົາ​ປາຍ​ຄຳ​ຂວັນ​ຄັດຄ້ານບັນດາ​ນະ​ໂຍບາຍຮັດ​ເຂັມຄັດ ທີ່​ພວມ​ນຳ​ໃຊ້​ຢູ່​ບັນ​ດາ​ປະ​ເທດ​ເອີ​ລົບ, ຖື​ວ່ານັ້ນ​ແມ່ນ​ສາຍ​ເຫດ​ທີ່​ພາ​ໃຫ້​ເອີ​ລົບ ຕົກ​ເຂົ້າ​ສະພາບ​ເສດຖະກິດ​ຖືກ​ຢຸດ​ສະ​ງັກ ​ແລະ ຊຸດ​​ໂຊມ. ການ​ນຳ​ກຳມະບານ​ຝລັ່ງ Francois Chereque ​ເວົ້າ​ວ່າ.

        “ມີ​ຫຼາຍ​ນະ​ໂຍບາຍ​ຮັດ​ເຂັມຄັດ​ຢູ່​ບັນດາ​ປະ​ເທດ​ເອີ​ລົບ, ທີ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ພື້ນຖານ​ເສດຖະກິດ, ກໍ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ບັນດາ​ປະ​ເທດ​ເອີ​ລົບ​ໃຕ້ ​ແລະ ກໍ​ໃຫ້​ເກີດ​ໄພ​ວ່າງ​ງານ​ຢູ່​ທຸກໆ​ປະ​ເທດ​ເອີ​ລົບ. ​ເພາະສະ​ນັ້ນ, ພວກ​ເຮົາ​ຕ້ອງ​ປະຕິບັດ​ສອງ​ວຽກ​ງານ​ຄື: ດ້ານ​ໜຶ່ງ​ແມ່ນຕ້ອງ​ຊຸກຍູ້​ການ​ຟື້ນ​ຟູ​ພື້ນຖານ​ເສດຖະກິດຂອງ​ເອີ​ລົບ​ກວ່າອີກ ​ແລະ ດ້ານ​ອື່ນ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ພວມ​ປະສົບ​ກັບ​ຄວາມ​ຫຍຸ​້ງຍາກ​ຄື ​ເກຼັກ, ​ແອດ​ສະ​ປາຍ, ປອກ​ຕຸຍການ ມີ​ເວລາ​ຕື່ມ​ອີກ ​ເພື່ອສາມາດ​ຫຼຸດ​ພົ້ນອອກ​ຈາກ​ສະພາບໜີ້​ສາທາລະນະ”.

ຂ່າວ/ບົດ​ອື່ນ