ການແຫ່ຂະບວນຄັດຄ້ານລາຍການສອດແນມລັບຢູ່ອາເມລິກາ

ການແຫ່ຂະບວນຄັດຄ້ານລາຍການສອດແນມລັບຢູ່ອາເມລິກາ - ảnh 1
(ພາບປະກອບ: Reuters)

(vovworld) – “ຢຸດຕິ​ການ​ສອດ​ແນມ“, “ຂອບ​ໃຈ Edward Snowden“ ​ແລະ “ຢຸດຕິ​ບັນດາ​ສານ​ລັບ“ ​ແມ່ນ​ເນື້ອ​ໃນ​ຄຳ​ຂວັນ​ໂດຍ​ຊາວ​ອາ​ເມ​ລິ​ກາ​ນັບ​ພັນ​ຄົນ​ຍົກ​ຂຶ້ນ​ໃນການ​ແຫ່ຂະ​ບວນຄັດຄ້ານ​ລາຍການ​ສອດ​ແນມ​ລັບຂອງ​ອົງການ​ສືບ​ລາຊະການ​ລັບ​ຢູ່​ອາ​ເມ​ລິ​ກາ ​ໃນ​ຫຼາຍ​ປີຜ່ານມາ, ​ເຊິ່ງຈັດ​ຂຶ້ນ​ຢູ່​ວໍ​ຊິງ​ຕັນ, ​ເມື່ອ​ວັນ​ທີ 26/10.

ການ​ແຫ່ຂະ​ບວນປະ​ທ້ອງ​ຖືກ​ດຳ​ເນີນ, ພາຍຫຼັງ​ຄວາມ​ມານະ​ພະຍາຍາມ​ຂອງ​ສະພາ​ຕຳ່​ອາ​ເມ​ລິ​ກາ​ເມື່ອ​ເດືອນ 7 ຜ່ານ​ມາ ​ເພື່ອ​ແນ​ໃສ່​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ສະກັດ​ກັ້ນ​ເລື່ອງ NSA  ​ແລະ ບັນດາ​ອົງການ​ສືບ​ລາຊະການ​ລັບ​ອື່ນໆ​ຂອງ​ອາ​ເມ​ລິ​ກາ​ເກັບຮັກສາ​ບັນດາ​ຂໍ້​ມູນ​ສ່ວນ​ຕົວ, ​ໃນ​ນັ້ນ​ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ ແຕ່​ບໍ່​ໄດ້​ຮັບ​ຜົນ. ມາ​ຮອດ​ປະຈຸ​ບັນ, ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Barack Obama ​ແລະ ສສຊ ຫຼາຍ​ທ່ານ​ຂອງ​ອາ​ເມ​ລິ​ກາ ຍັງ​ຄົງ​ປົກ​ປິດ​ບັນຫາ​ດັ່ງກ່າວ ​ແລະ ຖື​ວ່າ​ລາຍການ NSA​ ແມ່ນພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ສະພາ​ແຫ່​ງຊາດ ​ແລະ ມັນ​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ການ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງຊາດ ​ເພາະວ່າ​ມັນ​ໄດ້​ຊ່ວຍ​ສະກັດ​ກັ້ນ​​​ແຜນການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍນັບ​ສິບ​ແຜນ.

ຂ່າວ/ບົດ​ອື່ນ