ການແຫ່ຂະບວນຄັດຄ້ານຮູບເງົາແຕະຕ້ອງເຖິງສາສະໜາອິດສະລາມຢູ່ປາກິສະຖານ

ການແຫ່ຂະບວນຄັດຄ້ານຮູບເງົາແຕະຕ້ອງເຖິງສາສະໜາອິດສະລາມຢູ່ປາກິສະຖານ - ảnh 1
ການ​ແຫ່​ຂະ​ບວນຄັດຄ້ານ​ຮູບ​ເງົາ​​ແຕະຕ້ອງ​ເຖິງສາສະໜາ​ອິດສະ​ລາມ​ຢູ່​ປາ​ກິ​ສະຖານ

(vov) - ວັນ​ທີ 29/9, ສະມາຊິກ​ນັບ​ພັນ​ຄົນ​ຂອງ​ກຸ່ມ​ອິດສະ​ລາມ​ຢູ່​ປາ​ກິ​ສະຖານ​ໄດ້ແຫ່​ຂະ​ບວນປະ​ທ້ວງຢູ່​ນະຄອນ Karach ​ເພື່ອຄັດຄ້ານ​ຮູບ​ເງົາ​ທີ່​ແຕະຕ້ອງ​ເຖິງສາສະໜາ​ອິດສະ​ລາມ, ​ເຊິ່ງ​ໄດ້ກໍ່​ຄວາມ​ໂກດ​ເຄືອງ​ໃນ​ທົ່ວ​ໂລກ​ອິດສະ​ລາມ. ຮູບ​ເງົານີ້​ໄດ້​ຮັບ​ການ​ຜະລິດ​ຢູ່​ອາ​ເມ​ລິ​ກາ​ ​​​ແລະ ມັນ​ໄດ້ກໍ່​ໃຫ້​ເກີດ​ຄວາມ​ຮຸນ​ແຮງ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 51 ຄົນ, ​ໃນ​ນັ້ນ​ມີ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ລີ​ບີ. ການ​ແຫ່​ຂະ​ບວນປະ​ທ້ວງ​ແບບ​ນີ້​ໄດ້​ຄ່ອຍໆ​ຫ​ຼຸດລົງ​ຢູ່​ຫຼາຍ​ປະ​ເທດ, ​ແຕ່​ຢູ່​ປາ​ກິ​ສະຖານ, ມັນ​ຍັງ​ສືບ​ຕໍ່​ເກີດ​ຂຶ້ນ ດ້ວຍ​ຈຳນວນ​ຜູ້​ເຂົ້າ​ຮ່ວມ​ຂຶ້ນ​ເຖິງ 15 000 ຄົນ. ບັນດາ​ການ​ນຳ​ສາສະໜາອິດສະ​ລາມ​ຢູ່​ປາ​ກິ​ສະຖານ ​ໄດ້​ຮຽກຮ້ອງ​ອຳນາດ​ການ​ປົກຄອງ​ປະ​ເທດ​ນີ້​ສະ​ເໜີ​ຕໍ່​ສະຫະ​ປະຊາ​ຊາດ​ຍົກ​ອອກ​ກົດໝາຍ​ໃໝ່ ​ເພື່ອ​ແນ​ໃສ່​ຮັກສາ​ກຽດ​ສັກ​ສີ​ໃຫ້​​​ແກ່ຜູ້​ທີ່ເຫຼື້ອມ​​ໃສ​ສາສະໜາ​ອິດສະ​ລາມ.

ຂ່າວ/ບົດ​ອື່ນ