ການແຫ່ຂະບວນປະທ້ວງ ຮຽກຮ້ອງລັດຖະບານ Tunisia ລາອອກຈາກຕຳແໜ່ງ

ການແຫ່ຂະບວນປະທ້ວງ ຮຽກຮ້ອງລັດຖະບານ Tunisia ລາອອກຈາກຕຳແໜ່ງ - ảnh 1
(ພາບປະກອບ)

(vovworld) - ຕອນ​ຄໍ່າ​ວັນ​ທີ 24 ສິງຫາ, ປະຊາຊົນ Tunisia ນັບ​ພັນ​ຄົນ ​ໄດ້​ເຕົ້າ​ໂຮມ​ຢູ່​ຕໍ່ໜ້າ​ສຳນັກງານ​ສະພາ​ແຫ່ງ​ຊາດ​ຂອງ​ປະ​ເທດ​ນີ້, ຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ​ໂດຍ​ພັກ​ອິດສະ​ລາມ Ennahda ກຳ​ອຳນາດ ລາ​ອອກ​ຈາກ​ຕຳ​ແໜ່​ງ. ນີ້​ແມ່ນ​ມື​້ທຳ​ອິດ​ໃນ​ບັ້ນ​ເຄື່ອນ​ໄຫວ​ແຫ່​ຂະ​ບວນປະ​ທ້ວງ​ທີ່​ແກ່​ຍາວ​ເປັນ​ເວລາ 1 ອາທິດ ​ໂດຍ​ແນວ​ໂຮມ​ກູ້ຊາດ (NSF) ຝ່າຍ​ຄ້ານ​ຈັດ​ຕັ້ງ. NSF ປາດ​ຖະໜາ​ວ່າ ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງ​ນີ້ ຈະ​ແມ່ນ​ການ​ເລີ່​ມຕົ້ນ​​ໃຫ້​ແກ່​ອາທິດແຫ່​ຂະ​ບວນປະ​ທ້ວງ​ໃນ​ທົ່ວ​ປະ​ເທດ, ຈາກ​ນັ້ນ​ບັງ​ຄັບ​ໃຫ້​ອຳນາດ​ການ​ປົກຄອງ​ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ອຳນາດ​ການ​ປົກຄອງ​ປອດ​ພັກ​ຝ່າຍ. ນັບ​ແຕ່​ຕົ້ນ​ເດືອນ ສິງຫາ ມາ​ຮອດ​ປະຈຸ​ບັນ, ຢູ່ Tunisia ​ໄດ້​ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ​ 2 ຄັ້ງ ທີ່​ຄັດຄ້ານ​ລັດຖະບານ ດ້ວຍ​ປະຊາຊົນ​ນັບ​ພັນໆ​ຄົນ​ເຂົ້າ​ຮ່ວມ.
ຂ່າວ/ບົດ​ອື່ນ