ການແຫ່ຂະບວນປະທ້ວງຂະໜາດໃຫຍ່ຢູ່ນະຄອນຫຼວງຂອງ ອີຢິບ


ການແຫ່ຂະບວນປະທ້ວງຂະໜາດໃຫຍ່ຢູ່ນະຄອນຫຼວງຂອງ ອີຢິບ - ảnh 1
ຜູ້ແຫ່ຂະບວນປະທ້ວງຢູ່ອີຢິບ
(vovworld) - ວັນ​ທີ 19/6, ມີ​ປະຊາຊົນ​ນັບ​ພັນ​ຄົນ ​ໄດ້​ເຕົ້າ​ໂຮມ​ກັນຢູ່​ສະໜາມ​ຫຼວງ​ຢູ່​ໃຈກາງ​ນະຄອນຫຼວງ Cairo ປະ​ເທດ ອີ​ຢິບ, ​ເພື່ອ​​ແຫ່​ຂະ​ບວນປະ​ທ້ວງ ​​ຄັດຄ້ານ​ຖະ​ແຫຼ​ງການລັດຖະທຳ​ມະນູນ ສະບັບ​ປັບປຸງ, ​ເລື່ອງຍຸບ​ເລີກ​ສະພາ​ແຫ່ງ​ຊາດ ​ແລະ  ສະພາ​ການ​ທະຫານ​ອາດ​ຈະສ້າງ​ຕັ້ງ​ຄະນະກຳ​ມະ​ທິການ​ສ້າງ​ລັດຖະທຳ​ມະນູນ​ໃໝ່. ຜູ້​ແຫ່​ຂະ​ບວນປະ​ທ້ວງ ​ໄດ້​ຄັດຄ້ານ​ບາງ​ຂໍ້​ຕົກລົງ​ໃນ​ໄລຍະ​ມໍ່ໆ​ນີ້​ຂອງ​ສະພາ​ສູງ​ສຸດ​ບັນດາ​ກຳລັງ​ປະກອບ​ອາວຸດ ​ເຊິ່ງລວມມື​ປະກາດ​ໃຊ້​ເອກະສານ​ເພີ່ມ​ເຕີມຂອງຖະ​ແຫຼ​ງການ​ລັດຖະທຳ​ມະນູນ ຜ່ານ​ນັ້ນ​ເພີ່ມທະວີ​ກຳລັງ​ແຮງ ​ແລະ ສິດ​ອຳນາດ​ຂອງ​ກອງທັບ ​ແລະ ຈຳກັດ​ສິດ​ອຳນາດ​ຂອງ​ປະທານາທິບໍດີ. ​ໃນ​ຈຳ​ນວນ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ມີ​ຫຼາຍ​ຄົນ​ສະໜັບສະໜູນ​ຜູ້​ອອກ​ສະ​ໝັກ​ຮັບ​ເລື​ອກຕັ້ງ ທ່ານ Mohamed Mursi ​ແລະ ບັນດາ​ບຸກຄົນ​​ເຫຼົ່ານີ້​ຮຽກຮ້ອງ​ໃຫ້​ສະພາ​ການ​ທະ​ຫານ​ມອບ​​ໂອນ​ສິດ​ບໍລິຫານ​ປະ​ເທດ​ຊາດ​ໃຫ້​ແກ່​ທ່ານ Mursi. ຜູ້​ແຫ່​ຂະ​ບວນປະ​ທ້ວງ​ກໍ​ເຕົ້າ​ໂຮມ​ກັນ​ຢູ່​ຕໍ່ໜ້າ​ສະພາ​ແຫ່ງ​ຊາດ ​ເພື່ອ​ຄັດຄ້ານ​ຄຳ​ການ​ຕົກລົງ​ຍຸບ​​ເລີກ​ອົງການ​ນີ້​ຂອງ​ສະພາ​ການ​ທະຫານ ​ແລະ ຮຽກຮ້ອງ​ໃຫ້​ຮັກສາ​ກຳມາ​ທິການ​ສ້າງ​ລັດຖະທຳ​ມະນູນ.

​ໃນ​ຂະນະ​ນັ້ນ, ຕາມ​ສຳນັກ​ຂ່າວສານ Mena ຂອງ ອີ​ຢິບ​ແລ້ວ, ທ່ານ​ປະທານາທິບໍດີ​ຜູ້​ຖືກ​​ໂຄ້ນ​ລົ້ມ Hosni Mubarak ​ໄດ້​ຖືກ​ເສຍ​ຊີວິດກ່ອນ​ການ​ເຄື່ອນ​ຍ້າຍ​ຈາກ​ບ່ອນ​ກັກ​ຂັງ ​ໄປ​ຍັງ​ໂຮງໝໍ​ທະຫານ.

ຂ່າວ/ບົດ​ອື່ນ