ການແຫ່ຂະບວນປະທ້ວງຂະໜາດໃຫຍ່ສືບຕໍ່ຜັນແປ່ໄປຢູ່ ອີຢິບ

ການແຫ່ຂະບວນປະທ້ວງຂະໜາດໃຫຍ່ສືບຕໍ່ຜັນແປ່ໄປຢູ່ ອີຢິບ - ảnh 1
ຜູ້ແຫ່ຂະບວນປະທ້ວງ ຢູ່ສະໜາມຫຼວງ Tahir
(ພາບ: AP)


(vovworld) - ຍັງ​ມີພຽງ​ 2 ວັນອີກ ອີ​ຢິບ​ຈະ​ປະກາດ​ຜົນ​ການ​ເລືອກ​ຕັ້ງ​ປະທາ​ນາ​ທິບໍດີ. ກ່ອນ​ວັນ​ສຳຄັນ​ນີ້, ປະຊາຊົນ​ນັບ​ພັນ​ຄົນ​ສືບ​ຕໍ່​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ສູນ​ກາງ​ນະຄອນຫຼວງ Cairo ​ເພື່ອ​ຄັດຄ້ານ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ການ​ທະຫານ​ກຳ​ອຳນາດ ​ແລະ ສານ​ສູ​ງສຸດ ​​ເຊິ່ງ​ໄດ້ແຊກ​ແຊງ​ເຂົ້າ​​ໄລຍະ​ຂ້າມ​ຜ່ານ​ ຢູ່​ປະ​ເທດ​ນີ້. ປະຊາຊົນ​ນັບ​ພັນ​ຄົນ​ໄດ້​ເຂົ້າ​ຮ່ວມການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ສະໜາມ​ຫຼວງ​ ສູນ​ກາງ​ເມື່ອ​ວັນ​ທີ 22/6 ຕາມ​ຄຳ​ຮຽກຮ້​ອງຂອງ​ບັນດາ​ພັກ​ຝ່າຍ ອິດສະ​ລາມ ​ແລະ ຫຼາຍ​ຂະ​ບວນການ​ປະຕິວັດ. ​

ກ່ຽວຂ້ອງ​ເຖິງ​ອີ​ຢີບຍັງ​ມີ​ຂ່າວ​​ໃຫ້​ຮູ້​ວ່າ​ ຄະນະ​ກຳມະການ​ເລືອກ​ຕັ້ງ​ປະທານາທິບໍດີ ຈະ​ປະກາດໝາກ​ຜົນການ​ໄຊຊະນະ​ຂອງ​ທ່ານ Ahmed Shafiq ​ເມື່ອ​ຕອນ​ຄຳ່​ວັນ​ທີ 24/6. ບັນດາ​ແຫຼ່ງຂ່າວ​ໃຫ້​ຮູ້​ວ່າ: ທ່ານ Shafiq ຈະ​ຮັບໄຊຊະນະ​ດ້ວຍ ຈຳນວນ​ບັດ​ສະໜັບສະໜູນ​ແມ່ນ 50,7% .

ຂ່າວ/ບົດ​ອື່ນ