ການແຫ່ຂະບວນປະທ້ວງຄັ້ງໃຫຍ່ສຸດ ຮຽກຮ້ອງໃຫ້ນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ລາອອກຈາກຕຳແໜ່ງ

(VOVWORLD) -   ໂດຍບໍ່ຫົວຊາຕໍ່ຄວາມກົດດັນຈາກຝ່າຍຄ້ານ ແລະ ຜູ້ເດີນຂະບວນປະທ້ວງ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ປະກາດຈະບໍ່ດຳເນີນການເລືອກຕັ້ງທົ່ວປະເທດ ໃນສະພາບການປະຈຸບັນ.
ການແຫ່ຂະບວນປະທ້ວງຄັ້ງໃຫຍ່ສຸດ ຮຽກຮ້ອງໃຫ້ນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ລາອອກຈາກຕຳແໜ່ງ - ảnh 1ປະຊາຊົນຈັດການແຫ່ຂະບວນປະທ້ວງ
(ພາບ:The Times of Israel)

ຕອນຄ່ຳວັນທີ 31 ມີນາ, ປະຊາຊົນປະມານ 100.000 ຄົນໄດ້ເຕົ້າໂຮມກັນເດີນຂະບວນປະທ້ວງຢູ່ນອກສຳນັກງານສະພາແຫ່ງຊາດ ອິດສະຣາແອນ ຢູ່ນະຄອນ Jerusalem, ຮຽກຮ້ອງໃຫ້ທ່ານນາຍົກລັດຖະມົນຕີ Benjamin Betanyahu ແລະ ລັດຖະບານຈັດການເລືອກຕັ້ງຄັ້ງໃຫຍ່ ແລະ ສ້າງຕັ້ງລັດຖະບານໃໝ່ທີ່ມີຄວາມສາມາດມຸ່ງໄປເຖິງຂໍ້ຕົກລົງແລກປ່ຽນຕົວປະກັນ ກັບຂະບວນການອິດສະລາມ ຮາມາດ. ການນຳຝ່າຍຄ້ານ ຢູ່ ອິດສະຣາແອນ ປະກາດສະໜັບສະໜູນການແຫ່ຂະບວນປະທ້ວງ, ຖືນັ້ນແມ່ນການກະທຳກູ້ຊາດ.

        ໂດຍບໍ່ຫົວຊາຕໍ່ຄວາມກົດດັນຈາກຝ່າຍຄ້ານ ແລະ ຜູ້ເດີນຂະບວນປະທ້ວງ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ປະກາດຈະບໍ່ດຳເນີນການເລືອກຕັ້ງທົ່ວປະເທດ ໃນສະພາບການປະຈຸບັນ. ຕາມຜູ້ນຳ ລັດຖະບານ ອິດສະຣາແອນ ແລ້ວ, ການຈັດຕັ້ງການເລືອກຕັ້ງໃນຊ່ວງເວລານີ້ແມ່ນບໍ່ເໝາະສົມ ແລະ ມີພຽງຜົນປະໂຫຍດໃຫ້ແກ່ຂະບວນການອິດສະລາມ ຮາມາດ.

ຕອບກັບ

ຂ່າວ/ບົດ​ອື່ນ