ການແຫ່ຂະບວນປະທ້ວງຄັດຄ້ານ ບັນດາມາດຕະການຮັດເຂັມຄັດ ຢູ່ແອດສະປາຍ

ການແຫ່ຂະບວນປະທ້ວງຄັດຄ້ານ ບັນດາມາດຕະການຮັດເຂັມຄັດ ຢູ່ແອດສະປາຍ  - ảnh 1

(ພາບ:viet.rfi.fr)

(TTX)- ​ວັນ​ທີ 6/10, ຊາວ​​ແອດ​ສະ​ປາຍ ​ນັບ​ພັນ​ຄົນ​ໄດ້​ເຂົ້າຮ່ວມການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ໃຈກາງ​ນະຄອນຫຼວງ​ມາດຣິດ ​ເພື່ອຄັດຄ້ານ​ບັນດາ​ມາດ​ຕະການ​ຮັດ​ເຂັມຄັດ ຂອງ​ລັດຖະບານ ຊື່​ງ​ເຂົາ​ເຈົ້າຖື​ວ່າ​ຈະ​ພາ​ໄປ​ເຖິງ​ການ​ຫລຸດຜ່ອນການ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ສຸຂະພາບ​ໃນ​ທົ່ວ​ປະ​ເທດ ​ແລະ ຫັນ​ບັນດາ​ການ​ບໍລິການ​ຂອງ​ລັດ​ເປັນ​ວຽກ​ງານ​ຂອງ​ເອກະ​ຊົນ. ​ໃນ​ຈຳນວນ​ຜູ້​ເຂົ້າຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ມີ​ລັດຖະກອນ​ຫຼາຍ​ຄົນ ຊື່​ງ​ແມ່ນ​ເປົ້າໝາຍອາດ​ຈະ​ຖືກ​ຫລຸດຜ່ອນ​ເງິນ​ເດືອນ ຫລື​ວ່າງ​ງານ​ໃນ​ປີໜ້າ.

   ກ່ອນ​ໜ້ານັ້ນ, ລັດຖະບານ​ແອດ​ສະ​ປາຍ ​ໄດ້​ຮັບຮອງ​ເອົາ​ງົບປະມານ​ການ​ເງິນ​ປີ 2013 ຊື່​ງຕາມ​ນັ້ນ​ຈະ​ຫລຸດຜ່ອນ​ຄ່າ​ໃຊ້​ຈາ​ຍຂອງ​ລັດ​ປະມານ 50 ຕື້​ໂດ​ລາ​ສະຫະລັດ ພ້ອມ​ທັງ​ນຳ​ໃຊ້​ບັນດາ​ມາດ​ຕະການ​ເພີ່ມ​ພາສີ​ອາກອນ​ເພື່ອ​ແນ​ໃສ່​ຫລຸດຜ່​ອນການ​ຂາດ​ດຸນ​ງົບປະມານ.

ຂ່າວ/ບົດ​ອື່ນ