ການແຫ່ຂະບວນປະທ້ວງຄັດຄ້ານ ແລະ ສະຫນັບສະຫນູນທ່ານນາງປະທານາທິບໍດີ Park Geun hye

ການແຫ່ຂະບວນປະທ້ວງຄັດຄ້ານ ແລະ ສະຫນັບສະຫນູນທ່ານນາງປະທານາທິບໍດີ Park Geun hye - ảnh 1
ມີປະ​ຊາ​ຊົນ ສ​ເກົາ​ຫລີ ນັບ​ໝື່ນໆ​ຄົນ ແຫ່​ຂະ​ບວນ​ປະ​ທ້ວງ​
ພາບ:ອິນ​ເຕີ​ແນດ

(vovworld)- ວັນ​ທີ21/1, ​ມີປະ​ຊາ​ຊົນ ສ​ເກົາ​ຫລີ ນັບ​ໝື່ນໆ​ຄົນ ໄດ້​ລົງ​ບັນ​ດາ​ສາຍຖະ​ຫນົນຕົ້ນ​ຕໍ​ຢູ່ ນະ​ຄອນ​ຫລວງ ເຊີ​ອຸນ ແຫ່​ຂະ​ບວນ​ປະ​ທ້ວງ​ຮ​ຽ​ກ​ຮ້ອງ​ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ສ​ເກົາ​ຫລີ Park Geun hye ແລະ  ຮຽກ​ຮ້ອງ​ບັນ​ດາ​ອົງ​ການ​ທີ່​ມີ​ຫນ້າ​ທີ່​ຮັບ​ຜິດ​ຊອບ​ຍູ້​ແຮງ​ການ​ສືບ​ສວນ​ສອບ​ສວນ​ກ່ຽວ​ກັບ​ບົດ​ບາດ​ຂອງ​ທ່ານ Lee Jae yong, ຮອງ​ປະ​ທານ​ກຸ່ມ​ບໍ​ລິ​ສັດ Samsung Electronics ໃນ​ວິ​ກິດ​ການ​ການ​ເມືອງ​ໃຫຍ່​ສຸດ​ຂອງ​ປະ​ເທດນີ້. ຜູ້​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນ​ໄດ້​ຮຽກ​ຮ້ອງ​ຈັບ​ຕົວ ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ສ​ເກົາ​ຫລີ Park Geun hye  ແລະ ທ່ານ Lee Jae yong ໃນ​ທັນ​ທີ່. ໃນ​ຂະ​ນະ​ນັ້ນ, ການ​ແຫ່​ຂະ​ບວນ​ປະ​ທ້ວງ​ອື່ນ​ກໍ​ໄດ້​ດຳ​ເນີນ​ໄປ​ຢູ​່​ເຊີ​ອູນ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນ​ປະ​ມານ 10.000 ຄົນ​ເພື່ອ​ສະ​ຫນັບ​ສະ​ຫນູນ ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ສ​ເກົາ​ຫລີ Park Geun hye, ຄັດ​ຄ້ານ​ການ​ພິ​ຈາ​ລະ​ນາ​ໂທດ​ນັກ​ທ່ານ​ນາງ. ລົດ​ຂອງ​ຕຳ​ຫລວດ​ນັບ​ສີບ​ຄັນ ພ້ອມ​ກັບ​ຕຳ​ຫລວດນັບ​ຮ້ອຍໆ​ຄົນ​ໄດ້​ສົ່ງ​ເຖິງ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ດັ່ງ​ກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ