ການແຫ່ຂະບວນປະທ້ວງຄັດຄ້ານປະທານາທິບໍດີຢູ່ສ.ເກົາຫຼີ

ການແຫ່ຂະບວນປະທ້ວງຄັດຄ້ານປະທານາທິບໍດີຢູ່ສ.ເກົາຫຼີ  - ảnh 1
ຕຳຫຼວດ​ກີດ​ຂວາງ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ໄປ​ເຖິງ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ
(ພາບ: Reuters)

(vovworld) –  ​ວັນ​ທີ 29/10, ປະ​ຊາ​ຊົນ ສ. ເກົາຫຼີ ນັບ​ພັນ​ຄົນ​ໄດ້​ເຕົ້າ​ໂຮມ​ຢູ່​ນະ​ຄອນຫຼວງ ເຊີ​ອູນ ຮຽກ​ຮ້ອງ​ໃຫ້​ທ່ານ​ນາງ ປະ​ທາ​ນາ​ທິ​ບໍ​ດີ Park Geun – Hye ລາ​ອອກ​ຈາກ​ຕຳ​ແໜ່ງ​ພາຍຫຼັງ​ທີ່​ມີ​ຄຳ​ກ່າວ​ຫາ​ວ່າ​ທ່ານ​ນາງ​ໃຫ​້​ສ່ຽວ​ຜູ້​ໜຶ່ງ​ແຊກ​ແຊງ​ເຂົ້າ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ. ການ​ກະ​ທຳ​ນີ້​ໄດ້​ດຳ​ເນີນ​ໄປ​ພາ​ຍຫຼັງ​ທ່ານນາງ Park Geun – Hye ອອກ​ຄຳ​ສັ່ງ​ບັງ​ຄັບ​ເລ​ຂາຂັ້ນ​ສູງ 10 ຄົນ​ລາ​ອອກ​ຈາກ​ຕຳ​ແໜ່ງ​ກ່ຽວ​ຂ້ອງ​ເຖິງ​ເຫດ​ການ​ດັ່ງ​ກ່າວ ແລະ ກ່ອນ​ທີ່​ຈັດ​ຕັ້ງ​ການ​ເລືອກ​ຕ​ັ້ງ​ຄັ້ງ​ຕໍ່​ໄປ​ໃນ​ປີ 2017. ​ຕຳຫຼ​ວດປະ​ເທດນີ້​ໃຫ້​ຮູ້​ວ່າ, ຄາດ​ວ່າ, ມີ​ປະ​ຊາ​ຊົນ​ປະ​ມານ 9.000 ຄົນ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຄັດ​ຄ້ານ​ລັດ​ຖະ​ບານ​ຄັ້ງ​ໃຫຍ່​ສຸດນີ້​ຢູ່ ເຊີ​ອູນ ໃນຫຼາຍ​ເດືອນ​ຜ່ານ​ມາ, ໃນ​ຂະ​ນະ​ທີ່​ບັນ​ດາ​ອົງ​ການ​ຖື​ວ່າ​ຕົວ​ເລກ​ດັ່​ງ​ກ່າວ​ແມ່ນ 20.000 ຄົນ. ບັນ​ດາ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຄ້າຍ​ຄື​ກັນ​ຖືກ​ຈັດ​ຕັ້ງ​ຢູ່​ບາງ​ແຂວງ, ນະ​ຄອນ, ໃນ​ນັ້ນ​ມີ​ນະ​ຄອນ​ໃຫຍ່​ທີ 2 ນັ້ນ​ແມ່ນ Busan.


ຂ່າວ/ບົດ​ອື່ນ