ການແຫ່ຂະບວນປະທ້ວງຈະລາຈົນຈາກຝລັ່ງ ແຜ່ລາມເຖິງສະວິດ

(VOVWORLD) - ພ້ອມກັບຜູ້ຊາຍເຊື້ອຊາດ ຈໍເຈຍ, ແຊກບີ ແລະ ສະວິດ. ແລະ ມີອີກຜູ້ໜຶ່ງອາຍຸ 24 ປີ ເຊິ່ງແມ່ນພົນລະເມືອງ ສະວິດ.
ການແຫ່ຂະບວນປະທ້ວງຈະລາຈົນຈາກຝລັ່ງ ແຜ່ລາມເຖິງສະວິດ - ảnh 1ຕຳຫຼວດຈັບຕົວຜູ້ແຫ່ຂະບວນປະທ້ວງ
(ພາບ:Swissinfo)

ວັນທີ 2 ກໍລະກົດ, ຕຳຫຼວດ ສະວິດ ໃຫ້ຮູ້ວ່າ ໄດ້ຈັບຕົວ 7 ຄົນ ພາຍຫຼັງເຫດຈະລາຈົນທີ່ເກີດຂຶ້ນໃນຕອນກາງຄືນຢູ່ນະຄອນ Lausanne ຂອງປະເທດນີ້. ໃນແຈ້ງການສະບັບໜຶ່ງ, ຕຳຫຼວດຂອງນະຄອນ Lausanne ໄດ້ຊີ້ແຈ້ງ ບັນດາຜູ້ຖືກຈັບຕົວມີອາຍຸແຕ່ 15 – 17 ປີ, ເຊິ່ງລວມມີ: ຜູ້ຍິງເຊື້ອຊາດ ປອກຕຸຍການ, ບົດສະນີ ແລະ ໂຊມາລີ 3 ຄົນ; ພ້ອມກັບຜູ້ຊາຍເຊື້ອຊາດ ຈໍເຈຍ, ແຊກບີ ແລະ ສະວິດ. ແລະ ມີອີກຜູ້ໜຶ່ງອາຍຸ 24 ປີ ເຊິ່ງແມ່ນພົນລະເມືອງ ສະວິດ.

        ຕຳຫຼວດໃຫ້ຮູ້ວ່າ: ຍ້ອນຖືກກະທົບຈາກບັນດາການຈະລາຈົນຈາກ ຝລັ່ງ, ຊາວໜຸ່ມ ເຍົາວະຊົນກ່ວາ 100 ຄົນໄດ້ເຕົ້າໂຮມຢູ່ໃຈກາງນະຄອນ Lausanne ແລະ ທຳລາຍຫຼາຍຮາກຖານດຳເນີນທຸລະກິດ. ການໃຊ້ຄວາມຮຸນແຮງໄດ້ເກີດຂຶ້ນຢູ່ນະຄອນເວົ້າພາສາ ຝລັ່ງ ນີ້ໃນຄືນວັນທີ 1 ກໍລະກົດ, ພາຍຫຼັງບັນດາຄຳຮຽກຮ້ອງຜ່ານສື່ສັງຄົມອອນລາຍ. ຕຳຫຼວດໄດ້ຜັນຂະຫຍາຍ ແລະ ບໍ່ມີການຢັ້ງຢືນກ່ຽວກັບກໍລະນີເສຍຊີວິດ ແລະ ຮັບບາດເຈັບ. ບັນດາເຈົ້າໜ້າທີ່ຮັບຜິດຊອບພວມດຳເນີນການສືບສວນສອບສວນເພື່ອເຮັດແຈ້ງບັນຫາ.

ຕອບກັບ

ຂ່າວ/ບົດ​ອື່ນ