ການແຫ່ຂະບວນປະທ້ວງຕ້ານການຈຳແນກເຊື້ອຊາດຜິວພັນໃນທົ່ວປະເທດ ອັງກິດ

(VOVWORLD) - ກະແສແຫ່ຂະບວນປະທ້ວງ ແລະ ເດີນຂະບວນຄັດຄ້ານການຈຳແນກເຊື້ອຊາດຜິວພັນຢູ່ ອັງກິດ ໄດ້ກ້າວເຂົ້າສູ່ມື້ທີ 4 ຢ່າງລ້ຽນຕິດ
ການແຫ່ຂະບວນປະທ້ວງຕ້ານການຈຳແນກເຊື້ອຊາດຜິວພັນໃນທົ່ວປະເທດ ອັງກິດ - ảnh 1 ກະແສແຫ່ຂະບວນປະທ້ວງ
(ພາບ: Getty Images/TTXVN)

ໄລ່ຮອດວັນທີ 10 ສິງຫາ, ກະແສແຫ່ຂະບວນປະທ້ວງ ແລະ ເດີນຂະບວນຄັດຄ້ານການຈຳແນກເຊື້ອຊາດຜິວພັນຢູ່ ອັງກິດ ໄດ້ກ້າວເຂົ້າສູ່ມື້ທີ 4 ຢ່າງລ້ຽນຕິດ, ດຶງດູດການເຂົ້າຮ່ວມຂອງປະຊາຊົນຢູ່ຫຼາຍນະຄອນໃຫຍ່ໃນທົ່ວປະເທດ ອັງກິດ ເປັນຈຳນວນຫຼວງຫຼາຍ. ບັນດາຜູ້ເຂົ້າຮ່ວມໄດ້ຈັບປາຍຄຳຂວັນ ແລະ ຮ້ອງໂຮຄຳຂວັນຕ້ານການຈຳແນກເຊື້ອຊາດຜິວພັນ ກໍຄືສະໜັບສະໜູນຜູ້ເຂົ້າເມືອງ. ສິ່ງທີ່ໜ້າສົນໃຈ, ມີປະມານ 15.000 ຄົນໄດ້ເຂົ້າຮ່ວມການແຫ່ຂະບວນປະທ້ວງເພື່ອຄັດຄ້ານການຈຳແນກເຊື້ອຊາດຜິວພັນ ຈັດຂຶ້ນຢູ່ເມືອງເອກ Belfast, ທາງທິດເໜືອ ອຽກລັງ. ນີ້ແມ່ນການແຫ່ຂະບວນປະທ້ວງຄັດຄ້ານການໃຊ້ຄວາມຮຸນແຮງຄັ້ງທີ 2 ຢູ່ທີ່ນີ້ໃນຮອບເວລາ 2 ວັນ ເພື່ອສະແດງທັດສະນະສັນຕິພາບຂອງປະຊາຊົນທ້ອງຖິ່ນ, ພາຍຫຼັງເກີດການແຫ່ຂະບວນທຳລາຍໃນອາທິດຜ່ານມາ.

ມາຮອດປະຈຸບັນ, ຕຳຫຼວດ ອັງກິດ ໄດ້ຈັບຕົວກວ່າ 48 ຄົນ ແລະ ຕັດສິນລົງໂທດເກືອບ 1/3 ໃນຈຳນວນດັ່ງກ່າວ ຍ້ອນກ່ຽວຂ້ອງເຖິງບັນດາການແຫ່ຂະບວນກໍຄວາມຈະລາຈົນ ພາຍຫຼັງການບຸກໂຈມຕີເຮັດໃຫ້ເດັກຍິງ 3 ຄົນເສຍຊີວິດໃນທ້າຍເດືອນ ກໍລະກົດ.

ຕອບກັບ

ຂ່າວ/ບົດ​ອື່ນ