ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່ ອາ​ເມ​ລິ​ກາ ​ໄດ້​ເຜີຍ​ແບ​ບັນດາ​ຄວາມບໍ່​ສະ​ເໝີພາບ​ທີ່​ມີ​ມາ​ແຕ່​ໃດໆ

(VOVWORLD) -ການແຫ່ຂະບວນປະທ້ວງຄັ້ງຕ່າງໆຢູ່ຫຼາຍນະຄອນຂອງ ອາເມລິກາ ມີຈຸດເລີ່ມຕົ້ນມາຈາກການເສຍຊີວິດຂອງຜູ້ຊາຍຜິວດໍາຄົນໜຶ່ງຊື່ວ່າ Geogre Floyd ໄດ້ສະແດງໃຫ້ເຫັນວ່າ “ການໃຊ້ຄວາມຮຸນແຮງຂອງຕໍາຫຼວດ” ແນໃສ່ຄົນຜິວສີ ແລະ ການຂາດຄວາມສະເໝີພາບທີ່ມີມາແຕ່ດົນໃນການເຂົ້າເຖິງການບໍລິການສາທາລະນະສຸກ, ການສຶກສາ ແລະ ວຽກເຮັດງານທໍາ. 
ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່ ອາ​ເມ​ລິ​ກາ ​ໄດ້​ເຜີຍ​ແບ​ບັນດາ​ຄວາມບໍ່​ສະ​ເໝີພາບ​ທີ່​ມີ​ມາ​ແຕ່​ໃດໆ - ảnh 1 ການແຫ່ຂະບວນປະທ້ວງຢູ່ ອາເມລິກາ ໃນວັນທີ 30 ພຶດສະພາ (ພາບ: AFP/TTXVN)

    ໃນຖະແຫຼງການໜຶ່ງທີ່ໄດ້ຍົກອອກມາໃນວັນທີ 02 ມິຖຸນາ, ທ່ານນາງ Michelle Bachelet ຂ້າຫຼວງໃຫຍ່ ສປຊ ກ່ຽວກັບ ສິດທິມະນຸດ ຖືວ່າ ການແຫ່ຂະບວນປະທ້ວງຄັ້ງຕ່າງໆຢູ່ຫຼາຍນະຄອນຂອງ ອາເມລິກາ ມີຈຸດເລີ່ມຕົ້ນມາຈາກການເສຍຊີວິດຂອງຜູ້ຊາຍຜິວດໍາຄົນໜຶ່ງຊື່ວ່າ Geogre Floyd ໄດ້ສະແດງໃຫ້ເຫັນວ່າ “ການໃຊ້ຄວາມຮຸນແຮງຂອງຕໍາຫຼວດ” ແນໃສ່ຄົນຜິວສີ ແລະ ການຂາດຄວາມສະເໝີພາບທີ່ມີມາແຕ່ດົນໃນການເຂົ້າເຖິງການບໍລິການສາທາລະນະສຸກ, ການສຶກສາ ແລະ ວຽກເຮັດງານທໍາ. ທ່ານນາງ Michelle ຊີ້ແຈ້ງວ່າ ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງສໍາລັບຜູ້ມີີເຊື້ອຊາດຊາວ ອາຟະລິກາ ແລະ ບັນດາຄົນຊົນເຜົ່າສ່ວນໜ້ອຍຢູ່ ບຣາຊີນ, ອັງກິດ, ຝລັ່ງ ແລະ ອາເມລິກາ, ພ້ອມທັງຮຽກຮ້ອງໃຫ້ບັນດາເປົ້າໝາຍດັ່ງກ່າວ ສາມາດເຂົ້າເຖິງການບໍລິການດ້ານສາທາລະນະສຸກ ແລະ ການເບິ່ງແຍງສຸຂະພາບ ໄດ້ຢ່າງສະດວກສະບາຍກວ່າ.

ກ່ຽວຂ້ອງເຖິງບັນຫາດັ່ງກ່າວ, ໃນລະຫວ່າງວັນທີ 02 – 03 ມິຖຸນາ, ຂະບວນການແຫ່ຂະບວນປະທ້ວງ ເພື່ອຄັດຄ້ານການຈໍາແນກເຊື້ອຊາດຜິວພັນ ໄດ້ປະກົດຂຶ້ນຢູ່ນະຄອນ Perth ແລະ Sydney ຂອງ ອົດສະຕາລີ ເພື່ອສະແດງຄວາມສາມັກຄີກັບຜູ້ແຫ່ຂະບວນປະທ້ວງຢູ່ ອາເມລິກາ ແລະ ຮຽກຮ້ອງໃຫ້ລັດຖະບານ ອົດສະຕາລີ ມານະພະຍາຍາມເພື່ອຫຼຸດຜ່ອນການເສຍຊີວິດຂອງປະຊາຊົນທ້ອງຖິ່ນຢູ່ຄຸກແຫ່ງຕ່າງໆຂອງປະເທດນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ