ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຢູ່​ຊູ​ດັງ

(VOVWORLD) -ການແຫ່ຂະບວນປະທ້ວງຂະໜາດໃຫຍ່ຢູ່ນະຄອນຫຼວງ ແລະ ຫຼາຍນະຄອນຮຽກຮ້ອງຫັນອຳນາດການປົກຄອງທາງທະຫານໄປເປັນອຳນາດການປົກຄອງທາງພົນລະເຮືອນ



ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຢູ່​ຊູ​ດັງ - ảnh 1ການແຫ່ຂະບວນປະທ້ວງ (ພາບ: AFP/TTXVN)

ບັນດາເຫດການແຫ່ຂະບວນປະທ້ວງຂະໜາດໃຫຍ່ ໄດ້ເກີດຂຶ້ນຢູ່ ນະຄອນຫຼວງ Khartoum ແລະ ຫຼາຍນະຄອນອື່ນຢູ່ຊູດັງ ໃນວັນທີ 30 ທັນວາ ເພື່ອແນໃສ່ຮຽກຮ້ອງຫັນ ອຳນາດການປົກຄອງທາງທະຫານເປັນອຳນາດການປົກຄອງທາງພົນລະເຮືອນ.

ຜູ້ແຫ່ຂະບວນປະທ້ວງ ໄດ້ເຕົ້າໂຮມກັນຢູ່ສະຖານີລົດເມ Sharwani ເພື່ອແຫ່ຂະບວນໄປຍັງທຳນຽບສາທາລະນະ. ມີທະຫານນັກຮົບນັບຮ້ອຍຄົນໄດ້ຈັດສົ່ງໄປສະກັດກັ້ນຢູ່ ທາງເຂົ້າ ຂົວ ທີ່ເຊື່ອມຈອດ 3 ນະຄອນໃຫຍ່ ແມ່ນ Khartoum, Omdurman ແລະ Bahri.  ນີ້ແມ່ນວັນແຫ່ຂະບວນປະທ້ວງຂະໜາດໃຫຍ່ທີ 11 ນັບແຕ່ເກີດລັດຖະປະຫານ.

ຕອບກັບ

ຂ່າວ/ບົດ​ອື່ນ